Category: ລັດຖະບານ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນ 23 ມິຖຸນາ ນີ້ ທີ່ກະຊວງ ອຄ ໂດຍມີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ…

ສຳນວນສັ່ງຟ້ອງຄະດີຢາເສບຕີດສົ່ງໃຫ້ສານແລ້ວ 2.005 ເລື່ອງ

ອົງການໄອຍະການປະຊາຊົນໄດ້ມີຜົນສຳເລັດຫຼາຍດ້ານໃນການການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຂົ້າໃນວຽກງານຂະແໜງຂອງຕົນ ຊຶ່ງນັບແຕ່ປີ 2021 ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ 2.582 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 2.212 ເລື່ອງ ເທົ່າກັບ 85,67 %, ໃນນັ້ນ ໄດ້ສັ່ງຟ້ອງສົ່ງສານແລ້ວຈໍານວນ 2.005 ເລື່ອງ. ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຕາມມະຕິ ສະບັບເລກທີ 04/ສພຊ, ລົງວັນທີ…

ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄສ້ຂ້າງຫຼັງ”

ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງສັງຄົມຂັ້ນພື້ນຖານ ໃນ ສປປ ລາວ”. ວຽກງານປົກປ້ອງສັງຄົມ ຖືວ່າເປັນວຽກທີ່ສໍາຄັນຫຼາຍ ໃນນະໂຍບາຍທາງດ້ານສັງຄົມ ຂອງລັດຖະບານ ເພື່ອສະໜັບສະໜູນໃຫ້ລຸດພົ້ນອອກຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ເກີດຄວາມທຸກຍາກຄວາມດ້ອຍໂອກາດໃນການຖືກຈໍາແນກໃນສັງຄົມຕະຫຼອດໄລຍະຮອບວຽນຂອງຊີວິດ. ລະບົບການປົກປອ້ງສັງຄົມ ຈະປະກອບສ່ວນໃນການແກ້ໄຂຂົງເຂດນະໂຍບາຍສັງຄົມ ໂດຍການປະສານສົມ ທົບໃນລະບົບການປົກປ້ອງສັງຄົມ ໃນຮູບແບບປະກອບທືນ ຊື່ງປະກອບດ້ວຍ ປະກັນສຸຂະພາບ ແລະ ການປະກັນສັງຄົມ ແລະ ລະບົບອຸດໜູນແບບບໍ່ປະກອບທຶນ ໂດຍການສະໜັບສະໜູນຈາກງົບປະມານ…

ການແກ້ໄຂບັນຫາຢາເສບຕິດຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດສາມາດດໍາເນີນຄະດີໄດ້ 4.094 ເລື່ອງ

ວັນທີ 21 ມີຖຸນາ 2022 ເປັນມື້ທີ 7 ຂອງການດໍາເນີນກອງປະຊຸມສະໄໜສາມັນເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ 9 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ , ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກຽ່ວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ຈາກ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປອ້ງກັນຄວາມສະຫງົບ. ສະຫາຍ…

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຊີວິດໄທ

ໃນວັນທີ 17 ມິຖຸນາ 2022 ຜ່ານມານີ້, ທ່ານ ຄໍາພັນ ອັ່ນລາວັນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳ ນັກງານຕັ້ງຢູ່ ນະຄອນຫລວງບາງກອກ. ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ອັ່ນລາວັນ ໄດ້ສະແດງຄວາມຂອບໃຈ…

ລັດວາງມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ

ປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນ ໃນຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ ແລະ ກະທົບແຮງ ໃນຕໍ່ໜ້າ. ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20…

ລັດຖະບານ ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ເພີ່ມອີກ 2 ທ່ານ

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ. ໃນໂອກາດນີ້, ທ່ານ ນາງ ສູນທອນ…

ທ່ານ ວຽງທະວີສອນ ເທບພະຈັນໄດ້ຮັບເລືອກຕັ້ງ ເປັນປະທານອົງການກວດສອບແຫ່ງລັດ ຜູ້ໃໝ່

#ຂ່າວດ່ວນ 🔔🔔🔔 ທ່ານ ວຽງທະວີສອນ ເທບພະຈັນໄດ້ຮັບເລືອກຕັ້ງ ເປັນປະທານອົງການກວດສອບແຫ່ງລັດ ຜູ້ໃໝ່ 👏👏👏 ການລົງຄະແນນສຽງ . .

ພິທີລົງນາມຂາຍພະລັງງານໄຟຟ້າໃຫ້ ປະເທດສິງກະໂປ

ໃນວັນທີ 17 ມິຖຸນາ ນີ້ ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີລົງນາມເຊັນສັນຍາ ຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ແລະ ປະເທດສິງກະໂປ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ເວົ້າລວມ ໂດຍສະເພາະລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Keppel Pte.Ltd ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່,…

ການແກ້ໄຂບັນຫາ ພະນັກງານອາສາ ໃຫ້ໄດ້ລັດຖະກອນ ຍັງຫຍຸ້ງຍາກ

ເລັ່ງປັບປຸງຄຸ້ມຄອງ-ຈັດສັນ ຕົວເລກລັດຖະກອນໃຫ້ສອດຄ່ອງກັບຄວາມ ຕ້ອງການພັດທະນາປະເທດ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນປັດຈຸບັນນີ້, ໂດຍໄດ້ຍົກໃຫ້ເຫັນຄວາມ ເອົາໃຈໃສ່ຂອງລັດຖະບານ ໃນການຄຸ້ມຄອງພະນັກງານ-ລັດ ຖະກອນ ແລະ ເປັນວຽກງານບູມະສິດສໍາຄັນ ໃນການພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ. ແຕ່ແນວໃດກໍຕາມ, ວາລະແຫ່ງຊາດຂອງລັດຖະບານກ່ຽວກັ ບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ວາງເປົ້າໝາຍຫລຸດຜ່ອນຈໍານວນລັດຖະກອນລົງ ໃຫ້ຢູ່ໃນລະດັບ 18% ເມື່ອທຽບກັບຈໍານວນພົນລະ ເມືອງທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບລາຍຮັບງົບປະມານແຫ່ງຊາດ.…

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ທັນຖືກແກ້ໄຂໃຫ້ສໍາເລັດ

ຂປລ. ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ ແມ່ນບັນຫາທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ,…