ລາຍງານສະພາບອາກາດ ປະຈໍາວັນທີ 21 ມິຖຸນາ 2022
ບໍລິເວນຄວາມກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຫວຽດນາມ ຍັງສືບຕໍ່ແພ່ລົງມາປົກຄຸມພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນຕົກພັດປົກ ຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 21/6/2022 ເຖິງ ເວລາ 7:00 ໂມງ ວັນທີ 22/6/2022 -ພາກເໜືອດ້ານຕາເວັນອອກ…