ກຽມສະເໜີລັດຖະບານ ອານຸມັດຄ່າແຮງງານຂັ້ນຕໍ່າທີ່ 1.500.000 ກີບຕໍ່ເດືອນ
ຂ່າວຈາກ Lao National Radio ໃຫ້ຮູ້ວ່າ: ສູນກາງສະຫະພັນກໍາມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ສາມຝ່າຍໄດ້ຕົກລົງຮ່ວມກັນ. ທ່ານ ພອນສານ ວິໄລເມັ້ງ, ຮອງປະທານ ຄະນະບໍລິ ຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ສໍາພາດວ່າ: ຄ່າແຮງງານຂັ້ນຕໍ່າຢູ່ລາວໃນປັດຈຸບັນ ແມ່ນ 1.100.000 ກີບ/ຄົນ/ເດືອນ…