ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
ໃນວັນທີ 17 ພຶດສະພາ 2022 ແຂວງຊຽງຂວາງ ຈັດກອງປະຊຸມການກວດສອບການຈັດຕັ້ງປະຕິບັດຄຳແນະນຳກວດສອບປີ 2020, ກວດຄືນຕາມມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ແລະ ກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ຂອງແຂວງຊຽງຂວາງ ເຊິ່ງໂດຍລວມແລ້ວ ໂຄງການນອກແຜນຂອງແຂວງ ໃນປີ 2021 ມີທັງໝົດ 25 ໂຄງການມູນຄ່າໂຄງການ (ຕາມການຕໍ່ລອງລາຄາ) 226,28 ຕື້ກີບ, ຊຳລະຈຳນວນ 15,35 ຕື້ກີບ, ຍັງຄ້າງຊຳລະ 210,93 ຕື້ກີບ. ທ່ານ ຈັນໄຄ…