Author: Happy Admin

ມອບເງີນຊວ່ຍເຫຼື່ອໃຫ້ກັບຄອບຄົວທີຖືກຜົນກະທົບໄພພິບັດນໍ້າຖວ້ມ ແລະ  ມອບເຄື່ອງໃຫ້ຄອບຄົວອານາຖາ 

ພິທີມອບເງີນຊວ່ຍເຫຼື່ອໃຫ້ກັບຄອບຄົວທີຖືກຜົນກະທົບໄພພິບັດນໍ້າຖວ້ມເຮືອນ ແລະ ຜົນຜະລິດຂອງພໍ່ແມ່ປະຊາຊົນຢູ່ສອງບ້ານຄື:ບ້ານປາງຄໍາ ແລະ ບ້ານນາກາງເມືອງປາກລາຍແຂວງໄຊຍະບູລີ ເຊິ່ງໄດ້ຈັດຂື້ນໃນວັນທີ2ມິຖຸນາ2022ນີ້ທີ່ຫໍປະຊຸມບ້ານປາງຄໍາ ໂດຍການໃຫ້ກຽດເຂົ້າຮວ່ມມອບເງີນດັ່ງກ່າວຂອງທ່ານ ບຸນພະລັງວິໄລສັກຮອງເຈົ້າເມືອງໆປາກລາຍປະທານຄະນະກໍາມະການຄຸ້ມຄອງໄພພິບັດຂື້ນເມືອງ,ມີອົງການປົກຄອງບ້ານພໍ່ແມ່ປະຊາຊົນພ້ອມດວ້ຍຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮວ່ມ. ທ່ານ ສົມເດດ ທອງຄໍາມີ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງໄດ້ລາຍງານໃຫ້ຮູ້ວ່າ:ໃນວັນທີ18-19ເມສາ2022ຜ່ານມາໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເຮັດໃຫ້ນໍ້າຮວງ ແລະ ນໍ້າຫວ້ຍນ້ອຍຈໍານວນໜຶ່ງຂອບເຂດບ້ານປາງຄໍາແລະ ບ້ານນາກາງໄດ້ເກີດມີນໍ້າຖ້ວມເຮືອນ ແລະ ຜົນຜະລິດກະສິກໍາຂອງປະຊາຊົນຢ່າງກະທັນຫັນເຮັດໃຫ້ມີຜົນເສຍຫາຍຄື: ບ້ານປາງຄໍາມີ36ຄອບຄົວ ແລະ ບ້ານນາກາງໄດ້ຮັບຜົນເສຍຫາຍມີ9ຄອບຄົວລວມມູນຄ່າເສຍຫາຍທັງໝົດ462ລ້ານກວ່າກີບ ດັ່ງນັ້ນເພື່ອເປັນການຟື້ນຟູຊີວິດຈິດໃຈ ແລະ ໃຫ້ກໍາລັງໃຈຕໍ່ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖວ້ມໃນຄັ້ງນີ້ ທາງອໍານາດການປົກຄອງເມືອງຈຶ່ງໄດ້ມອບເງີນຊວ່ຍເຫຼືອເບື້ອງຕົ້ນໃຫ້ກັບຄອບຄົວດັ່ງກ່າວລວມມູນຄ່າທັງໝົດ 7.500. 000 ກວ່າກີບ ຈາກນັ້ນໃນວັນດຽວກັນທາງທິມງານຂອງທ່ານຮອງເຈົ້າເມືອງສົມພົບກັບຄະນະຫ້ອງການແນວລາວສ້າງຊາດເມືອງກໍ່ໄດ້ໄປມອບເຄື່ອງນຸ່ງຮົມ ແລະ ອຸປະກອນຮັບໃຊ້ໃນຄົວເຮືອນຈໍານວນໜຶ່ງໃຫ້ກັບຄອບຄົວທຸກຍາກອານາຖາຢູ່ບ້ານນາງຄະຍາງຈໍານວນ17ຄອບຄົວ ແລະ ຕິດຕາມເບິ່ງການກໍ່ສ້າງຕໍ່ເຕີມກຸດຕິຂອງບ້ານນາງຄະຍາງຕື່ມອີກ. ຂ່າວ: ກ່າ ຄຸດທະວົງສັກ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ ແລະ ກົມສົມເດັດພະເທບ 

ໃນວັນທີ 2 ມິຖຸນາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ສີຈັນ ວິພາວັນໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະວະສິຣະເກົ້າເຈົ້າຢູ່ຫົວ ແລະ ພຣະຣາຊີນີ ແຫ່ງ ຣາຊະອານາຈັກໄທ ແລະ ເຂົ້າຢ້ຽມຂ່ຳນັບກົມສົມເດັດພະກະນິຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍລົມຣາຊະກຸມາລີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນຖານະແຂກຂອງລັດຖະບານ ໂດຍການນຳພາເຂົ້າຢ້ຽມຂ່ຳນັບຂອງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພັນລະຍາທ່ານ ນາງ ວະຣາພອນ ຈັນໂອຊາ. . . . ພາບ: ອ່າຍຄຳລ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 1-2 ມິຖຸນາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ໄທ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີຂຶ້ນທີ່ທໍານຽບລັດຖະບານໄທ ໃນຕອນແລງຂອງວັນທີ 1 ມິຖຸນາ 2022 ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ທ່ານນາຍົກລັດ ຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ. ຈາກນັ້ນ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ພັນຄຳ ວິພາວັນ ທີ່ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມໃນຄັ້ງນີ້ ເຊິ່ງຖືເປັນຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ໄທ ພາຍຫລັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 ເປັນຕົ້ນມາ, ສອງປະເທດ ສາມາດຮັກສາໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ເເລະ ກັນ ໃນລະດັບອັນເເນ່ນອນ, ຮັບປະກັນຄວາມສະ ເໝີພາບ, ນັບຖືຄວາມເປັນເອກະລາດເເຫ່ງຊາດຂອງກັນ ແລະ ກັນ.  ການຢ້ຽມຢາມໃນຄັ້ງນີ້ ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ໃຫ້ນັບມື້ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ, ທັງເປັນນິມິດໝາຍອັນສໍາຄັນ ໃນການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາເເບບຍືນຍົງ ອັນເປັນການເປີດສັງກາດໃໝ່ ຂອງການພົວພັນຮ່ວມມືສອງປະເທດ ທີ່ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ. ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ ຕະຫລອດເຖິງບັນດາກົນໄກການຮ່ວມມືຕ່າງໆຢ່າງເປັນປົກກະຕິ ເພື່ອເພີ່ມທະວີຄວາມໃກ້ຊິດ ແລະ ຮັດແໜ້ນສາຍພົວພັນ ກໍຄື ພ້ອມກັນຈັດຕັ້ງປະຕິບັດບັນດາແຜນງານຕ່າງໆ ຂອງແຕ່ລະກົນໄກການຮ່ວມມື ທັງໃນລະດັບລັດຖະບານ ແລະ ທ້ອງຖິ່ນດ້ວຍກັນ ໂດຍສະເພາະລະຫວ່າງ ແຂວງ ແລະ ຈັງຫວັດ, ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮ ຽບຮ້ອຍຕາມບໍລິເວນຊາຍແດນ ເປັນ ຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ; ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ຕະຫລອດເຖິງການເຊື່ອມຈອດລະບົບລາງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການ ທ່ອງທ່ຽວ ໂດຍສະເພາະການລົງທຶນດ້ານການເຊື່ອມໂຍງ ແລະ ການພັດທະນາພື້ນຖານໂຄງລ່າງ, ການຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ, ສາທາລະນະສຸກ, ກະສິກໍາສະ ອາດ ແລະ ທັນສະໄໝ ແລະ ອື່ນໆ ຜ່ານການນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ໃນ ສປປ ລາວ. ພ້ອມນັ້ນ, ສອງຝ່າຍ ກໍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍ ດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ຣາຊະອານາຈັກໄທ ສືບຕໍ່ເປັນຄູ່ການຄ້າອັນດັບຕົ້ນຂອງລາວ, ມີມູນຄ່າ 7,2 ຕື້ໂດລາສະຫະລັດ ໃນປີ 2021 ຫລື ເພີ່ມຂຶ້ນ 14% ທຽບໃສ່ປີຜ່ານມາ ເຖິງວ່າຈະໄດ້ຮັບຜົນກະທົບຈາກໂຄວິດ-19 ກໍຕາມ, ການລົງທຶນຂອງໄທຢູ່ລາວ ກໍ່ສືບຕໍ່ເພີ່ມຂຶ້ນ, ເຊິ່ງບັນລຸໄດ້ 4,7 ຕື້ ໂດລາສະຫະລັດ; ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ແລະ ກັນ, ຕະຫລອດເຖິງການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ເງິນຕາຂອງສອງປະເທດ (ກີບ-ບາດ) ເພື່ອຊໍາລະສະສາງລະຫວ່າງກັນ; ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ໂດຍລັດຖະບານໄທໄດ້ເພີ່ມໂຄຕ້ານໍາເຂົ້າໄຟຟ້າຈາກລາວ ບັນລຸເປັນ 10,500 ເມກາວັດ. ຝ່າຍລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໂຄງ ການຊ່ວຍເຫລືອລ້າ ໃນ 3 ຂົງເຂດໃຫຍ່ ເປັນຕົ້ນດ້ານ: ການສຶກສາທິການ ແລະ ກິລາ, ດ້ານກະສິກຳ ແລະ ປ່າໄມ້ ແລະ ດ້ານສາທາລະນະສຸກ ເຊິ່ງລ້ວນແລ້ວແຕ່ແມ່ນຂົງເຂດວຽກງານບູລິມະສິດ ທີ່ສປປ ລາວ ຖືເປັນສໍາຄັນ. ລັດຖະບານລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂອບວິຊາການ ລາວ-ໄທ, ປະຈຸບັນມີທັງໝົດ 53 ໂຄງການທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງປຶກສາຫາລື ເພື່ອໃຫ້ກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາໃນອານາຄົດ; ຝ່າຍລາວ ໄດ້ຕີລາຄາສູງຕໍ່ບັນດາໂຄງການພາຍໃຕ້ພະລາດຊະດຳລິ ທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ກໍໄດ້ກາຍເປັນສັນຍາລັກແຫ່ງການພົວພັນຂອງສອງປະເທດເຊິ່ງໄດ້ຖ່າຍທອດຄວາມຮູ້ດ້ານກະສິກຳປູກຝັງ-ລ້ຽງສັດ ກໍຄື ການສ້າງອາຊີບ ແລະ ສ້າງງານໃຫ້ປະຊາຊົນ ໄດ້ມີການທຳມາຫາກິນ. ສຳລັບຂອບການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໂດຍສະເພາະ ໃນຂອບສະຫະປະຊາຊາດ, ແອັກແມັກ, ອາຊຽນ, ຂອບການຮ່ວມມືແມ່ນ້ຳຂອງ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານໄທທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານໄທ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຕື່ມອີກໃນອະນາຄົດ ໂດຍສະເພາະ ການສະໜັບສະໜູນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດແອັກແມັກ (ACMECS) ຄັ້ງທີ 10 ໃນທ້າຍປີ2022 ແລະ ການເປັນປະທານໝູນວຽນອາຊຽນ ໃນປີ 2024 ນີ້. ພາຍຫລັງສຳເລັດກອງປະຊຸມພົບປະສອງຝ່າຍ ກໍໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ລາວ-ໄທ. ນອກຈາກນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານ ແລະ ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈຳນວນ 3 ສະບັບຄື: ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ລາວ-ໄທ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026); ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ ລາວ-ໄທ ; ແລກປ່ຽນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະຣາຊະອານາຈັກ ໄທ.  ຈາກນັ້ນ, ກໍໄດ້ມີພິທີຖະແຫລງຂ່າວຮ່ວມ ສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີລາວ ແລະ ໄທ ຕໍ່ບັນດາສື່ມວນຊົນກ່ຽວກັບຜົນສຳເລັດຂອງການພົບປະສອງຝ່າຍ ໃນຄັ້ງນີ້ ແລະ ສືບຕໍ່ເຂົ້າຮ່ວມຢ້ຽມຊົມງານວາງສະແດງສິລະປະຫັດຖະກຳ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບອາຫານຄ່ຳ ຈັດໂດຍ ທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ. ໃນໂອກາດການຢ້ຽມຢາມຄັ້ງນີ້, ມະຫາວິທະຍາໄລແມ່ໂຈ້ ກໍໄດ້ຈັດພິທີ ມອບ-ຮັບ ປະລິນຍາດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດໃຫ້ແກ່ ທ່ານນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ເພື່ອເປັນການຍ້ອງຍໍຊົມເຊີຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ໄທ. ພ້ອມດຽວກັນນັ້ນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມພົບປະນັກທຸລະກິດ ລາວ-ໄທ (Business Talk and Networking) ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ, ວາງທິດທາງແຜນການໃນຕໍ່ໜ້າ ເພື່ອສະໜັບສະໜູນ ແລະ ຊຸກຍູ້ດ້ານການຄ້າ, ການລົງທຶນ, ຊຸກຍູ້ບັນດານັກທຸລະກິດ, ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການໄປມາຫາສູ່ ແລະ ພົວພັນຮ່ວມມືກັນຫລາຍຂຶ້ນເພື່ອນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ນອກຈາກນີ້, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ບໍລິສັດນິຄົມອຳມະຕະ ຕື່ມອີກ. ພາບ: ອ່າຍຄຳ

ດ່ວນທີ່ສຸດ ແຈ້ງການ ປັບຂຶ້ນລາຄານ້ຳມັນທົ່ວປະເທດ

ແຈ້ງການດ່ວນປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ທົ່ວປະເທດ  – ແອັດຊັງພິເສດ ປັບຂຶ້ນ 4.300 ກີບ/ລິດ  -​ ແອັດຊັງທຳມະດາ ປັບຂຶ້ນ 3.320 ກີບ/ລິດ  – ກາຊວນ ປັບຂຶ້ນ 2.180 ກີບ/ລິດ ເລີ່ມເວລາ 6:00ໂມງ ຂອງວັນທີ 1 ມິຖຸນາ 2022. . .

ຕົວະຂາຍລົດໃຫຍ່ ມີຜູ້ຫຼົງ ເຊື່ອໂອນເງິນມັດຈຳໃຫ້ ຈຳນວນຫຼາຍ ຖືກແຈ້ງຈັບ ດຳເນີນຄະດີ 

ໃນວັນທີ 9 ເມສາ 2022 ເວລາ 9:50 ໂມງ, ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ ສອບສວນ ປກສ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ໜູພັກ ອາຍຸ 40 ປີ ບ້ານໝໍ້ ພຸ ເມືອງປະທຸມພອນ ວ່າ: ວັນທີ 27 ມີນາ 2022, ໄດ້ມີ ທ້າວ ກ່ອນ ໄດ້ໂພສ໌ຂາຍລົດໃຫຍ່ຜ່ານສື່ສັງຄົມອອນລາຍ ປະເພດລົດຈິບໂຕໂຍຕ້າຈູນເນີ ໃນລາຄາ 630.000 ບາດ ແລະ ຕົນກໍໄດ້ຕົກລົງຊື້-ຂາຍກັນ ໃນລາຄາ180.000.000 ກີບ ພ້ອມທັງໄດ້ໂອນ ເງິນມັດຈຳໃຫ້ຈຳນວນ 7.000.000 ກີບ; ແຕ່ ພາຍຫຼັງຜູ້ກ່ຽວໄດ້ເງິນມັດຈໍາແລ້ວກໍບໍ່ເອົາລົດມາໃຫ້ ແລະ ຂາດການຕິດຕໍ່; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງ ເກັບກໍາຂໍ້ມູນ ແລະ ຕິດຕາມເປົ້າໝາຍຈົນຮອດ ວັນທີ 13 ພຶດສະພາ ກໍສາມາດກັກຕົວ ທ້າວ ກ່ອນມາສອບສວນ.  ຜ່ານການສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດອນ ຮັບສາລະພາບວ່າ: ຜູ້ກ່ຽວຕິດເກມ ແລະ ບໍ່ມີເງິນເຕີມບັດຈຶ່ງໄດ້ ວາງແຜນດ້ວຍວິທີການຈ່າວຂາຍລົດໃຫຍ່ແບບບໍ່ມີ ເອກະສານຜ່ານເຟສບຸກ ເພື່ອໃຫ້ລູກຄ້າຜູ້ທີ່ ຕ້ອງການຊື້ລົດດັ່ງກ່າວ ໂອນເງິນມັດຈຳກ່ອນແລ້ວ ຈຶ່ງເອົາລົດໄປສົ່ງຕາມຫຼັງ ແລະ ໃນວັນທີ 4 ມີນາ 2022 ຜູ້ກ່ຽວໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອ ກະສານ ໃນລາຄາ 17.000 ໂດລາ; ຈາກນັ້ນ, ກໍມີລູກຄ້າສົນໃຈຕ້ອງການຊື້ ພ້ອມທັງ ໄດ້ຕົກລົງຊື້-ຂາຍ ແລະ ລູກຄ້າກໍໄດ້ໂອນເງິນມັດ ຈຳນວນ 20.000 ບາດ ມາໃຫ້; ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍປິດໂທລະສັບ ແລະ ປິດເຟສບຸກ ເຮັດໃຫ້ ຂາດການຕິດຕໍ່ຕໍ່ມາຮອດວັນທີ 11 ມີນາ 2022, ຜູ້ກ່ຽວກໍ ໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ຂາຍໃນລາຄາ 14.500 ໂດລາ ແລະ ມີລູກຄ້າຜູ້ທີ່ ສົນໃຈ ພ້ອມທັງໄດ້ໂອນເງິນມັດຈຳໃນລາຄາ 5.000.000 ກີບ ເມື່ອໄດ້ເງິນແລ້ວຜູ້ກ່ຽວກໍໃຊ້ ຮູບການປິດໂທລະສັບແບບເກົ່າ ແລະ ຫຼ້າສຸດ ໃນ ວັນທີ 27 ມີນາ 2022, ຜູ້ກ່ຽວໄດ້ໂພສ໌ຂາຍລົດ ໃຫຍ່ປໍຈູນເນີ ໃນລາຄາ 680.000 ບາດ ແລະ ມີ ລູກຄ້າໂອນເງິນມັດຈໍາໃຫ້ຈຳນວນ 5.000.000 ກີບ ເມື່ອໄດ້ເງິນແລ້ວຈຶ່ງໄດ້ນັດລູກຄ້າວ່າອີກ 3 ວັນ ຈະເອົາລົດໄປໃຫ້ ແລະ ຜູ້ກ່ຽວກໍປິດໂທລະສັບ ແລະ ເຟດສ໌ບຸກ ນອກນັ້ນ, ໃນວັນດຽວກັນ ຍັງໄດ້ມີ ທ້າວ ໜູ ພັກ ຕິດຕໍ່ມາຊື້ລົດໃຫຍ່ປໍຈູເນີ້ນຳຜູ້ກ່ຽວອີກ ເຊິ່ງ ໄດ້ຕົກລົງຊື້-ຂາຍກັນໃນລາຄາ180.000.000 ກີບ ແລະ ທ້າວ ໜູພັກ ໄດ້ໂອນເງິນມັດຈຳໃຫ້ຈໍາ ນວນ 7.000.000 ກີບ ມາໃຫ້ຜູ້ກ່ຽວ, ເມື່ອໄດ້ ເງິນມັດຈຳໃຫ້ແລ້ວຜູ້ກ່ຽວກໍບໍ່ເອົາລົດໄປໃຫ້ ພ້ອມທັງຂາດການຕິດຕໍ່ ແລະ ບໍ່ສາມາດຕິດຕໍ່ໄດ້; ຈົນຮອດວັນທີ 13 ພຶດສະພາ 2022, ຈຶ່ງຖືກ ເຈົ້າໜ້າທີ່ ປກສເມືອງປະທຸມພອນ ແຂວງຈຳ ປາສັກ ຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ. ຜ່ານການສວບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດ່ອນ ແມ່ນມີເຈດຕະນາສໍ້ໂກງຊັບ ແທ້ການກະທໍາດັ່ງ ກ່າວແມ່ນຜິດຕໍ່ມາດຕາ 233 ຂອງປະມວນກົດ ໝາຍອາຍາແຫ່ງສປປລາວ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.  ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນ ສຳນວນ-ສຳເນົາເອກະສານ ເພື່ອສົ່ງ ໄອຍະການ ປະຊາຊົນ ແຂວງຈໍາປາສັກ ດຳເນີນຄະດີຕາມຂັ້ນ ຕອນຂອງກົດໝາຍບ້ານເມືອງຕໍ່ໄປ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ 01- 02 ມິຖຸນາ 2022 

ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ພະນະ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ຣາຊະ ອານາຈັກໄທ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 ຫາ 02 ມິຖຸນາ 2022 ເພື່ອຍົກລະດັບຄວາມສຳພັນຂອງສອງຊາດ ລາວ-ໄທ ລວມໄປເຖິງການພັດທະນາທາງດ້ານການຄ້າ, ເສດຖະກິດ, ການຮ່ວມມືດ້ານແຮງງງານ, ການທ່ອງທ່ຽວ ແລະ ອີກຫຼາຍໆດ້ານຂອງທັງສອງປະເທດ.

ປະກາດປັບຂຶ້ນລາຄາປີ້ລົດໄຟໂດຍສານຂອງລົດໄຟລາວ-ຈີນ ໂດຍອີງຕາມອັດຕາແລກປ່ຽນເລີ່ມ 1 ມິຖຸນາ 2022 

ຜູ້ໂດຍສານທຸກທ່ານ: ນັບຕັ້ງແຕ່ 1 ເດືອນມິຖຸນາ 2022 ລາຄາປີ້ລົດໄຟໂດຍສານຂອງລົດໄຟລາວ-ຈີນ ຈະມີການປັບປ່ຽນລາຄາ ໂດຍອີງຕາມອັດຕາແລກປ່ຽນ 2200 ກີບ/1 ຢວນ, ລາຍລະອຽດມີການປັບປ່ຽນດັ່ງລຸ່ມນີ້: ຕາຕະລາງລາຄາປີ້

ອຸບັດຕິເຫດລົດໃຫຍ່ ປະທະລົດໃຫຍ່ຜູ້ບາດເຈັບ02ຄົນ 

ໃນວັນທີ 26.05.2022 ເວລາ 20:10 ນາທີ ໜວ່ຍກູ້ໄພອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີອຸບັດຕິເຫດລົດໃຫຍ່ປະທະລົດໃຫຍ່ ຢູ່ບ້ານສະຟື້ ເມືອງ ທຸລະຄົມ ແຂວງວຽງຈັນ. ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ02ຄົນ,ເປັນເພດຊາຍທັງສອງ ຜູ້ທີ1 : ອາຍຸ 62 ປີ ຢູ່ບ້ານ ນາວ້າ ເມືອງ ທຸລະຄົມ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ກະທົບຫົວ ແລະ ມີບາດແຜເປີດທີ່ໃບໜ້າ. ຜູ້ທີ2 : ອາຍຸ 56ປີ ຢູ່ບ້ານ ນາວ້າ ເມືອງທຸລະຄົມ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ກະທົບຫົວ ແລະ ມີບາດແຜເປີດທີ່ໃບໜ້າ. ດັ່ງນັ້ນ,ໜ່ວຍກູ້ໄພອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປໂຮງຫມໍມິດຕະພາບ 150 ຕຽງ(ນວ).

ເກີດອຸບັດເຫດ ລົດໃຫຍ່ປະທະລົດໃຫຍ່ສີ່ແຍກໂຮງໝໍມະໂຫສົດ

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກ ຕຳຫລວດຊີ້ນຳຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ ຕຳລົດໃຫຍ່ຢູ່ສີ່ແຍກໂຮງໝໍມະໂຫສົດນີ້ວ່າ: ເມື່ອ ເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕຳລົດໃຫຍ່ຢູ່ ສີ່ແຍກໂຮງໝໍມະໂຫສົດ ເມື່ອເຈົ້າໜ້າທີ່ລົງໄປ ກວດກາ ເປັນລົດຟໍຈູນເນີທີ່ມຸ່ງໜ້າມາແຕ່ ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດ ສີ່ແຍກໂຮງໝໍມະໂຫສົດ ມີລົດກະບະ ມາແຕ່ ເສັ້ນທາງໂຮງໝໍມະໂຫສົດຈະມຸ່ງໜ້າໄປເສັ້ນທາງ ແຄມຂອງ ມາຮອດຈຸດສີ່ແຍກຕ່າງຝ່າຍຕ່າງບໍ່…

ກັກຕົວສາວໄວລຸ້ນຄ້າຂາຍ ຢ າ ເ ສ ບ ຕິ ດ

ວັນທີ 18 ພຶດສະພາ 2022, ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າແກ້ໄຂເປົ້າ ໝາຍຊື່ນາງ ໄຕຄຳ ຫຼື ຝົນ ອາຍຸ 24 ປີບ້ານແຈ້ງສະຫວ່າງ ແມ່ຄ້າທີ່ພົວພັນກັບ ຢ າ ເ ສ ບ ຕິ ດ ຢ ບ 7.800 ເມັດ. ຜູ້ກ່ຽວຖືກເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ຈັບຕົວຢູ່ເຂດບ້ານນາຍາງ ແລະ ໄດ້ນໍາສົ່ງໃຫ້ ປກສ ເມືອງນາຊາຍທອງ ດຳເນີນຄະດີ, ຜ່ານກາຍສອບສວນຜູ້ກ່ຽວ ຊື້ນຳຜູ້ຮ່ວມຂະບວນການມາແລ້ວ ຈໍານວນ 7 ຄັ້ງ, ຄັ້ງລະ 1-2 ມັດ ຫຼື 2.000-4.000 ເມັດ ພາຍຫຼັງໄດ້ ຢ ບ ມາແລ້ວເອົາມາຂາຍຕໍ່ໃຫ້ໄວລຸ້ນ.  ຄັ້ງສຸດທ້າຍ, ໃນວັນທີ 18 ພຶດສະພາ 2022, ຊື້ນໍາຜູ້ຮ່ວມຂະບວນການອີກ ຈໍານວນ 7.800 ເມັດ ແລະ ຜູ້ຂາຍໄດ້ເອົາມາສົ່ງ ໃຫ້ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ພໍຮອດເວລາ 18:30 ໂມງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ. ນອກຈາກນີ້, ນາງ ໄຕຄໍາ ໄດ້ຮັບສາລະພາບອີກວ່າ: ຜ່ານມາຕົນເອງໄດ້ເຄື່ອນ ໄຫວຊື້-ຂາຍ ຢ າ ເ ສ ບ ຕິ ດ ມາແຕ່ເດືອນ ເມສາ ປີ 2022.  .

ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ ໄດ້​ 410.000 ເມັດທີ່ຂົນສົ່ງຈາກຝັ່ງລາວ

ວັນທີ​ 23 ພຶດສະພາ​ 2022 ນີ້ເພຈຂ່າວອອນລາຍໜອງຄາຍລາຍງານວ່າ: ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ໄດ້​ 410.000 ເມັດ​ ຢູ່ແຄມນໍ້າຂອງ ເຂດບ້ານໜອງກຸງໃຕ້ ອຳເພີໂພນພິໄສ ຈັງຫວັດ​ໜອງຄາຍ​ (ກົງກັນຂ້າມກັບບ້ານໄຮ່ປາກງື່ມ ນະຄອນຫຼວງ​ວຽງຈັນ). . ຫລັງຈາກນັ້ນເຈົ້າໜ້າທີ່ເຂົ້າກວດ ແລະ​ ພົບເຫັນສິ່ງຂອງຜິດກົດໝາຍ 2 ເປົາ ເປັນ ຢ າ ​ບ້…

ตรวจยึดยาบ้า จำนวน 410,000 เม็ด ได้ที่ริมฝั่งแม่น้ำโขง  

กองร้อยเฉพาะกิจทหารพรานที่ 2105 หน่วยเฉพาะกิจกมทหารพรานที่ 21 บูรณาการกับหลายหน่วยงาน ตรวจยึดยาบ้า จำนวน 410,000 เม็ด ได้ที่ริมฝั่งแม่น้ำโขง บริเวณด้านหลังวัดสิงห์ทอง พื้นที่ บ้านหนองกุ้งใต้ หมู่ 1 ตำบลกุดบงอำเภอโพนพิสัย จังหวัดหนองคาย ซึ่งจุดที่ตรวจยึดเป็นบริเวณเดียวกันกับการตรวจยึดยาบ้าเกือบ 1 ล้านเม็ด เมื่อช่วงต้นเดือนเมษายน 65 และเคตามีน จำนวน 109 กก. เมื่อต้นเดือนพฤษภาคม 65 ที่ผ่านมา . เมื่อเวลา 13.00 น.วันนี้ (23 พฤษภาคม 2565) ที่กองร้อยทหารพรานที่ 2105 หน่วยเฉพาะกิจกมทหารพรานที่ 21 กองบังคับการควบคุมที่ 2 กองกำลังสุรศักดิ์มนตรี หมู่ 2 บ้านวัดหลวง ต.วัดหลวง อ.โพนพิสัย จังหวัดหนองคายพ.อ.ปฏิวัติ ชื่นศรี รอง ผบ.บก.ควบคุมที่ 2 (ร.13) เป็นผู้แทน ผบ.กกล.สุรศักดิ์มนตรี , นายถาวร สังขะมาน นายอำเภอโพนพิสัย , พ.ต.อ.สุทธกาญจน์ ฟักทอง ผกก.สส.สภ.โพนพิสัย , ร.อ.วิทยา สิงห์อร ผู้บังคับกองร้อยทหารพรานที่ 2105 , พ.ต.พิมล ประดิษฐ์ด้วง หน.ชรต.กอ.รมน.จว.หนองคาย , นายนิธิภัทร มาลาศรี ปลัดอำเภอโพนพิสัย พร้อมหน่วยงานที่เกี่ยวข้อง ร่วมกันแถลงข่าวการตรวจยึดยาบ้า จำนวน 410,000 เม็ด ที่เจ้าหน้าที่กองร้อยเฉพาะกิจทหารพรานที่2105 บูรณาการกับหลายหน่วยงาน ตรวจยึดได้ที่ริมฝั่งแม่น้ำโขง บริเวณด้านหลังวัดสิงห์ทอง พื้นที่ บ้านหนองกุ้งใต้หมู่ 1 ตำบลกุดบง อำเภอโพนพิสัย จังหวัดหนองคาย เมื่อเวลาประมาณ 20.00 น.วันที่ 22 พฤษภาคม 65 ที่ผ่านมาโดยการอำนวยการของ พล.ต.ณรงค์ สวนแก้ว ผบ.กกล.สุรศักดิ์มนตรี ,พล.ต.ต.พุฒิพงศ์ มุสิกูล ผบก.ภ.จว.หนองคาย, พ.อ.อุทัย นิลเนตร ผบ.ฉก.ทพ.21 , พ.ต.อ.กวีพงษ์ ชลการ ผกก.ตชด.24 , น.อ.ราฆพ เทวะประทีป ผบ.นรข.เขตหนองคาย และนายถาวร สังขะมาน นายอำเภอโพนพิสัย . การตรวจยึดยาบ้าครั้งนี้ เมื่อช่วงบ่ายของ วันที่ 22 พฤษภาคม 65 ร้อย.ทพ.2105 หน่วยเฉพาะกิจกมทหารพรานที่ 21 กองบังคับการควบคุมที่ 2 กองกำลังสุรศักดิ์มนตรี ได้รับการแจ้งจากแหล่งข่าวว่าจะมีการลักลอบนำยาเสพติดเข้ามาฝั่งไทย พื้นที่ บ.หนองกุ้งใต้ จึงได้รายงานให้ผู้บังคับบัญชาทราบ และประสานหน่วยงานที่เกี่ยวข้อง ร่วมกันวางแผนในการสกัดกั้น โดยได้จัดชุดลาดตระเวนเข้าไปทำการดักซุ่ม บริเวณริมฝั่งแม่น้ำโขงใกล้กับจุดที่รับแจ้ง . ต่อมาเวลา 19.00 น. ชุดซุ่มตรวจพบเรือกีบเพลายาวติดเครื่องยนต์แล่นเรียบตลิ่งจากท้ายหมู่บ้าน บ.หนองกุ้งใต้ หมู่1 ต.กุดบง อ.โพนพิสัย มุ่งหน้าไปทางด้านหลังวัดสิงห์ทองเกติยาราม ห่างจากจุดที่เจ้าหน้าที่ดักซุ่มอยู่ประมาณ 50 เมตร เจ้าหน้าที่จึงได้เคลื่อนกำลังติดตามไป ไม่นานได้ยินเสียงเหมือนคนทิ้งสิ่งของหนักลงบนพื้น จึงได้เข้าตรวจสอบพบเรือแล่นกลับออกไปฝั่ง สปป.ลาว บนเรือมีชาย 2 คน จากการเข้าตรวจสอบพื้นที่พบกระสอบต้องสงสัยจำนวน 2 กระสอบ ภายในกระสอบพบยาบ้าซุกซ่อนอยู่ จึงจึงร่วมกันตรวจยึดและนำของกลางมาเก็บรักษาไว้ ที่กองร้อย.ทพ.2105 เพื่อทำการตรวจสอบอย่าง จากการตรวจสอบพบเป็นยาบ้าจำนวน 410,000 เม็ด . นอกจากนี้ยังพบว่าจุดที่ตรวจยึดยาบ้าครั้งนี้เป็นบริเวณเดียวกันกับจุดที่เจ้าหน้าที่เคยตรวจยึดยาบ้าได้เกือบ 1 ล้านเม็ด เมื่อวันที่ 10 เมษายน 65 และตรวจยึดเคตามีน จำนวน 109 ก้อน น้ำหนักประมาณ 109 กก. เมื่อวันที่ 3 พฤษภาคม 65 ที่ผ่านมา ซึ่งเจ้าหน้าที่จะได้ส่งของกลางทั้งหมดให้กับพนักงานสอบสวน สภ.โพนพิสัย เพื่อดำเนินคดีตามขั้นตอนของกฎหมายต่อไป.