ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄສ້ຂ້າງຫຼັງ”
ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງສັງຄົມຂັ້ນພື້ນຖານ ໃນ ສປປ ລາວ”. ວຽກງານປົກປ້ອງສັງຄົມ ຖືວ່າເປັນວຽກທີ່ສໍາຄັນຫຼາຍ ໃນນະໂຍບາຍທາງດ້ານສັງຄົມ ຂອງລັດຖະບານ ເພື່ອສະໜັບສະໜູນໃຫ້ລຸດພົ້ນອອກຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ເກີດຄວາມທຸກຍາກຄວາມດ້ອຍໂອກາດໃນການຖືກຈໍາແນກໃນສັງຄົມຕະຫຼອດໄລຍະຮອບວຽນຂອງຊີວິດ. ລະບົບການປົກປອ້ງສັງຄົມ ຈະປະກອບສ່ວນໃນການແກ້ໄຂຂົງເຂດນະໂຍບາຍສັງຄົມ ໂດຍການປະສານສົມ ທົບໃນລະບົບການປົກປ້ອງສັງຄົມ ໃນຮູບແບບປະກອບທືນ ຊື່ງປະກອບດ້ວຍ ປະກັນສຸຂະພາບ ແລະ ການປະກັນສັງຄົມ ແລະ ລະບົບອຸດໜູນແບບບໍ່ປະກອບທຶນ ໂດຍການສະໜັບສະໜູນຈາກງົບປະມານ…