ອຸບັດຕິເຫດຂັບຂີ່ລົດຈັກເສຍຫຼັກລົ້ມເອງ
ເສຍຊີວິດຄາທີ 1 ຄົນ
ວັນທີ 01.08.2022 ເວລາ 12:23 ນາທີ ໜວ່ຍກູ້ໄພອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີ ອຸບັດຕິເຫດລົດຈັກເສຍຫຼັກລົ້ມເອງ

+ຈຸດເກີດເຫດ: ບ້ານທ່າໂພໄຊ ເມືອງວຽງຄຳ ແຂວງວຽງຈັນ.
ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ພົບເຫັນຄົນເຈັບ01ຄົນ,ເປັນເພດຊາຍ ອາຍຸ21ປີ ຢູ່ບ້ານຖີ່ນຍຸງ ເມືອງວຽງຄໍາ ແຂວງວຽງຈັນ

**ອາການເບື້ອງຕົ້ນ: ຄໍຫັກ, ມີບາດແຜໃຫຍ່ເປີດຢູ່ຫນ້າແລະຫົວ (ເສຍຊີວິດກ່ອນທີ່ຫນ່ວຍກູ້ໄພຈະໄປຮອດສະຖານທີ່)

ດັ່ງນັ້ນ,ໜ່ວຍກູ້ໄພຈື່ງໄດ້ຫໍ່-ມ້ຽນສົບແລ້ວມອບໃຫ້ຍາດພີ່ນ້ອງເພື່ອເຮັດພິທີທາງສາດສະໜາ.

ອຸບັດຕິເຫດ, ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ
_____________________
ຊື່ບັນຊີ: RED CROSS VIENTIANT PROVINCE EMERGENCY RECOVERY UNIT
ເລກບັນຊີ: 0191100002370 ສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.