ອົງການໄອຍະການປະຊາຊົນໄດ້ມີຜົນສຳເລັດຫຼາຍດ້ານໃນການການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຂົ້າໃນວຽກງານຂະແໜງຂອງຕົນ ຊຶ່ງນັບແຕ່ປີ 2021 ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ 2.582 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 2.212 ເລື່ອງ ເທົ່າກັບ 85,67 %, ໃນນັ້ນ ໄດ້ສັ່ງຟ້ອງສົ່ງສານແລ້ວຈໍານວນ 2.005 ເລື່ອງ.

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຕາມມະຕິ ສະບັບເລກທີ 04/ສພຊ, ລົງວັນທີ 10/8/2021 ຂອງສະພາແຫ່ງຊາດ ເຂົ້າໃນວຽກງານໄອຍະການປະຊາຊົນ ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ ໃນວັນທີ 21 ມິຖຸນາ ນີ້.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານໃຫ້ຮູ້ບາງຜົນສຳເລັດອັນພົ້ນເດັ່ນ ໂດຍສະເພາະ ໄດ້ສຳເລັດການໂຄສະນາເຜີຍແຜ່ມະຕິຄໍາສັ່ງຂອງຂັ້ນເທິງ ໄດ້ຢ່າງທົ່ວເຖິງບັນດາອົງການໄອຍະການປະຊາຊົນແຂວງທົ່ວປະເທດ, ໄດ້ສ້າງນິຕິກໍາໃຕ້ກົດໝາຍ ທີ່ຮັບໃຊ້ໃຫ້ແກ່ການແກ້ໄຂຄະດີຢາເສບຕິດຫຼາຍສະບັບ, ອົງການສືບສວນ-ສອບສວນ ແລະ ອົງການໄອຍະການປະຊາຊົນ ມີຄວາມເຂັ້ມງວດໃນການຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດຫຼາຍຂຶ້ນກວ່າເກົ່າ ຊຶ່ງໃນໄລຍະປະຕິບັດຕົວຈິງ ໄດ້ຈັດຕັ້ງປະຕິບັດ 5 ໂຄງການ ແລະ 18 ກິດຈະກໍາສາມາດຍາດໄດ້ຜົນສໍາເລັດຫຼາຍປະການອັນພົ້ນ ເປັນຕົ້ນຄື:

ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ມີຄວາມເຂັ້ມງວດ ແລະ ເດັດຂາດຂຶ້ນກວ່າເກົ່າ ໃນການຕິດຕາມກວດກາການດໍາເນີນຄະດີຢາເສບຕິດ; ໄດ້ມີການຕົກລົງເປັນເອກະພາບ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃຫ້ພະນັກງານໄອຍະການປະຊາຊົນ ເຂົ້າຮ່ວມໃນການຕິດຕາມກວດກາຄະດີຢາເສບຕິດລາຍໃຫຍ່ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດເລີ່ມແຕ່ຫົວທີ, ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຊຶ່ງນັບແຕ່ເລີ່ມຈັດຕັ້ງປະບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແຕ່ ເດືອນກັນຍາ ປີ 2021 ຫາ ປັດຈຸບັນ ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ ຈໍານວນ 2.582 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວຈໍານວນ 2.212 ເລື່ອງ ເທົ່າກັບ 85,67 %, ໃນນັ້ນ ໄດ້ສັ່ງຟ້ອງສົ່ງສານແລ້ວຈໍານວນ 2.005 ເລື່ອງ, ໄດ້ຊັດມ້ຽນຄະດີຈໍານວນ 11 ເລື່ອງ, ໂຈະການດໍາເນີນຄະດີ ຈໍານວນ 3 ເລື່ອງ, ໄດ້ສົ່ງຄືນໃຫ້ເຈົ້າໜ້າທີ່ ທໍາການສືບສວນ-ສອບສວນຄືນໃໝ່ ຈໍານວນ 193 ເລື່ອງ, ກໍາລັງຄົ້ນຄວ້າ 370 ເລື່ອງ ເທົ່າກັບ 14,33%, ຈາກສະຖິຕິດັ່ງກ່າວ ເຫັນວ່າ ການດໍາເນີນຄະດີຢາເສບຕິດ ແມ່ນມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.

ໃນຂະນະທີ່, ການຕິດຕາມກວດກາການນໍາໃຊ້ມາດຕະການສະກັດກັ້ນ ທີ່ຕິດພັນກັບການຈັດ ຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍໄດ້ມີຜົນສຳເລັດພົ້ນເດັ່ນ ຊຶ່ງທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ອົງການໄອຍະການປະຊາຊົນ ໄດ້ສຸມໃສ່ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນການຕິດຕາມກວດກາ ການນໍາໃຊ້ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເຊັ່ນການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງ ຜູ້ຖືກຫາຄະດີຢາເສບຕິດ ໃຫ້ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ ໂດຍອີງໃສ່ສະຖິຕິ ນັບຕັ້ງແຕ່ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021 ມາຮອດປັດຈຸບັນ ອົງການໄອຍະການປະຊາຊົນ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການສະກັດກັ້ນຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຄື ໄດ້ອອກຄໍາສັ່ງຈັບຕົວ ຈໍານວນ 3.279 ສະບັບ, ໄດ້ກວດກາຄໍາສັ່ງ ກັກຕົວ ແລະ ອອກຄໍາສັ່ງກັກຂັງພາງ ຈໍານວນ 14.714 ສະບັບ, ອອກຄໍາສັ່ງຕໍ່ກໍານົດເວລາກັກຂັງພາງ ຈໍານວນ 12.770 ສະບັບ, ໃນນີ້ໄດ້ກັກຂັງຜູ້ຖືກຫາຄະດີຢາເສບຕິດທັງໝົດ 6.628 ຄົນ ເທົ່າກັບ 45,04% ຂອງຈໍານວນຜູ້ຖືກຫາທັງໝົດ 14.714 ຄົນ, ໃນນີ້ອົງການໄອຍະການປະຊາຊົນ ໄດ້ອອກຄໍາສັ່ງປ່ອຍຕົວພາງຜູ້ຖືກຫາຄະດີອາຍາທົ່ວໄປຈໍານວນ 916 ຄົນ ແຕ່ສໍາລັບຜູ້ຖືກຫາຄະດີຢາເສບຕິດ ແມ່ນບໍ່ໄດ້ປ່ອຍຕົວພາງ.

(ຂ່າວ: ບຸນຕອມ, ພາບ: ບຸນອູ້ມ)

Leave a Reply

Your email address will not be published. Required fields are marked *