ແຈ້ງຂ່າວບຸນ ບວດທົດແທນບຸນຄຸນພໍ່ແມ່ ໃນໄລຍະອັດພາກຮຽນ
ໂອກາດບຸນມາຮອດແລ້ວສຳຫຼັບຊາວໜຸ່ມ-ເຍົາວະຊົນນັກຮຽນ ທີ່ມີຄວາມປາຖະໜາຢາກບວດທົດແທນບຸນຄຸນພໍ່ແມ່ ໃນໄລຍະອັດພາກຮຽນ
ໂຄງການເມດຕາທັມ ຮ່ວມກັບ ຄະນະສົງວັດດົງສະຫວາດເທບພະນາຣີ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະໄດ້ຈັດງານບຸນບັນພະຊາສາມະເນນໃນໄລຍະອັດພາກຮຽນ ເພື່ອເປັນການເປີດໂອກາດໃຫ້ແກ່ເຍົາວະຊົນລູກຫຼານໄດ້ໃຊ້ເວລາຫວ່າງໃຫ້ມີຄຸນຄ່າ ຫັນມາສົນໃຈການສຶກສາຮໍ່າຮຽນ ສ້າງຄວາມສາມັກຄີຮັກແພງກັບໝູ່ເພື່ອນ ເຊິ່ງເປັນການປູກຝັງໃຫ້ມີຈິດສໍານຶກຕື່ນຕົວ ມີຄວາມຮັກຊາດມີຄວາມຮັບຜິດຊອບສູງຕໍ່ຕົນເອງຕໍ່ຄອບຄົວ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ
– ໄລຍະເວລາໃນການຝຶກອົບຮົມ 7 ມື້
– ຮັບສະໝັກເຍົາວະຊົນຊາຍ 30 ຄົນ
– ຮັບສະໝັກເຍົາວະຊົນຍິງ 20 ຄົນ
– ອາຍຸລະຫວ່າງ 12-18 ປີ
– ຄ່າໃຊ້ຈ່າຍໃນການສະໜັກເຂົ້າຮ່ວມໂຄງການແມ່ນຟຣີ ບໍ່ເສຍຄ່າໃຊ້ຈ່າຍທັງສຶ້ນ.
ດັ່ງນັ້ນຈິ່ງແຈ້ງຂ່າວບຸນມາຍັງພໍ່ແມ່ ອອກຕົນຍາດໂຍມ ແລະລູກຫຼານ ຈົ່ງໄດ້ເສຍສະລະເວລາເຂົ້າຮ່ວມບວດທົດແທນບຸນພໍ່ແມ່ໃນງານຄັ້ງນີ້ດ້ວຍ
ສອບຖາມລາຍລະອຽດ
ພຣະອາຈານ ດາວເຮືອງ ຄຳປະເສີດ
020 5565 2659
ພຣະອາຈານ ໝີນ້ອຍ ຊາມົນຕີ
020 9111 1792
ພຣະອາຈານ ຖານະ ຫຼວງເຮັງສົມບັດ
020 9552 4032
ປະສານງານໂຄງການເມດຕາທັມ
020 5420 5304