ວັນທີ 21 ມີຖຸນາ 2022 ເປັນມື້ທີ 7 ຂອງການດໍາເນີນກອງປະຊຸມສະໄໜສາມັນເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ 9 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ , ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກຽ່ວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ຈາກ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປອ້ງກັນຄວາມສະຫງົບ.
ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ລາຍງາຍວ່າ: ກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ; ນັບແຕ່ເດືອນ 7/2021 ຮອດ ວັນທີ 24/5/2022 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 4.094 ເລື່ອງ,ຈັບຜູ້ ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ ໄດ້ຂຶ້ນບັນຊີເປົ້າຫມາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດໄດ້ຫຼາຍເປົ້າໝາຍ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫຼວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນ ກັນຊາ 4,2 ເຮັກຕາ ເເລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ,ໄດ້ອອກໃບຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດໂຄງການປູກພືດທົດແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຫຼາຍກວ່າ 44.000 ຄອບຄົວ ບັນດາປະເທດເພື່ອນມິດ ແລະ ສາກົນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມໄດ້ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ນັບມື້ກວາງຂວາງ, ຄະນະພັກ-ຄະນະນໍາແຕ່ລະຂັ້ນ ແລະ ເຈົ້າໜ້າທີ່
ທີ່ກ່ຽວຂ້ອງໄດ້ເພີ່ມຄວາມຮັບຜິດຊອບຂອງຕົນສູງຂຶ້ນ ກຸ່ມເສບ,ຂົນສົ່ງ,ຄ້າຂາຍ ແລະ ຜະລິດຢາເສບຕິດມີຄວາມຢ້ານກົວຈຳນວນໜຶ່ງກໍ່ຢຸດເຊົາ ເຈົ້າໜ້າທີ່ສາມາດທຳລາຍແຫຼ່ງຜະລິດ,ແຫຼ່ງຊຸກເຊື່ອງຢາເສບຕິດໄດ້ຫຼາຍສົມຄວນ ເຊິ່ງເປັນການປະກອບສວ່ນເຂົ້າໃນການຮັກສາສະຖຽນລະພາບທາງການເມືອງມີຄວາມ
ສະຫງົບ,ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດພວກເຮົາ.ແນວໃດກໍ່ຕາມ ຜົນງານຂ້າງເທິງນັ້ນຖ້າທຽບໃສ່ຄວາມຮຽກຕ້ອງການຖືວາ່ຍັງບໍ່ໄດ້ຫຼາຍເທົ່າທີ່ຄວນ ,ສະນັ້ນໃນຕໍ່ໜ້າ ກໍາລັງປ້ອງກັນຄວາມສະຫງົບຈະສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ໃຫ້ເຂັ້ມງວດແນໃສ່ຮັບປະກັນໃຫ້ວຽກງານດັ່ງກ່າວມີຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນັ້ນ ຄະນະປະຈຳສະພາແຫ່ງຊາດໄດ້ມີຄຳເຫັນເຈາະຈິ້ມຕໍ່ບົດລາຍງານຂອງຄະນະລັດຖະບານ ແລະ ສະເໜີໃຫ້ສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນສຳເລັດ ໃຫ້ກາຍເປັນຄວາມ
ຮັບຜິດຊອບໂດຍກົງ ແລະ ຮອບດ້ານແນໃສ່ຂະບວນການດັ່ງກ່າວມີຄວາມຟົດຟື້ນ,ແຂງແຮງ ແລະ ມີປະສິດທິຜົນ. ຫຼັງຈາກນັ້ນບັນດາທ່ານ ສສຊ ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດເຫັນໃສ່ບົດລາຍງານດັ່ງກ່າວຢ່າງກົງໄປກົງມາ,ມີເນື້ອໃນເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໂດຍ ຈັນທະວົງ ອຸ່ນວິໄລຫົງ