ກາຍເປັນຂ່າວດີສຳລັບຊາວແຂວງສະຫວັນນະເຂດ ເມື່ອລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດໄດ້ຈໍລະຈອນນໍ້າມັນໃຫ້ປໍ້າຕົວແທນຢ່າງພຽງພໍໃນທົ່ວແຂວງ

ໄລຍະຫຼັງມານີ້, ການຂາດແຄນນໍ້າມັນເຊື້ອໄຟໄດ້ກາຍເປັນບັນຫາໃຫຍ່ສຳລັບປະຊາຊົນລາວເວົ້າລວມ, ເວົ້າສະເພາະກໍ່ແມ່ນປະຊາຊົນຊາວແຂວງສະຫວັນນະເຂດ ເຊິ່ງບັນຫາດັ່ງກ່າວແມ່ນເກີດຈາກຫຼາຍປັດໄຈ, ມີທັງປັດໄຈພາຍໃນ ແລະປັດໄຈພາຍນອກ, ແຕ່ວ່າເຖິງຢ່າງໃດກໍ່ດີ ພັກ ແລະລັດຖະບານເຮົາກໍ່ບໍ່ນິ້ງນອນໃຈ ໄດ້ຊອກທຸກວິທີທາງເພື່ອແກ້ໄຂບັນຫາການຂາດແຄນນໍ້າມັນໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍສະເພາະແມ່ນຊ່ວງນີ້ມີຄວາມຈຳເປັນຫຼາຍສຳລັບປະຊາຊົນຜູ້ທີ່ເປັນກະສິກອນ ເພາະຢູ່ໃນຊ່ວງທຳການຜະລິດຂອງປະຊາຊົນ.

ມື້ນີ້ພວກເຮົາກໍ່ໄດ້ຮັບຂ່າວດີວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດໄດ້ຈໍລະຈອນນໍ້າມັນລົງສູ່ປໍ້າຕົວແທນ ໃນທົ່ວແຂວງໃຫ້ພຽງພໍ ແກ້ໄຂບັນຫາການຂາດເຂີນນໍ້າມັນໃຫ້ປະຊາຊົນ ໂດຍຈະເລີ່ມແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປ.

ໃນໂອກາດນີ້, ທ່ານ ປະດິດສິນ ລາຊະມົນຕີ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດລາຍງານໃຫ້ຮູ້ວ່າ: ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ:ໃນໄລຍະຜ່ານມາເຫັນວ່າການສະໜອງນໍ້າມັນແມ່ນບໍ່ພຽງພໍຕາມຄວາມຕ້ອງການຂອງສັງຄົມ ໂດຍສະເພາະແມ່ນໄລຍະນີ້ແມ່ນລະດູການຜະລິດຂອງພໍ່ແມ່ປະຊາຊົນ ກໍ່ຍິ່ງເພີ່ມປະລິມານຄວາມຕ້ອງການໃນການຊົມໃຊ້ນໍ້າມັນເຊື້ອໄຟຫຼາຍຂຶ້ນ ແຕ່ການນຳເຂົ້າພັດບໍ່ພຽງພໍກັບຄວາມຕ້ອງການ ເຊິ່ງມີ 4 ປັດໄຈ ທັງພາຍໃນ ແລະພາຍນອກຄື: ສະພາບການຂອງໂລກມີການຜັນຜວນ, ອັດຕາແລກປ່ຽນເງິນຕາກໍ່ເພີ່ມຂຶ້ນ, ໄພເງິນເຟີ້, ບໍລິສັດທີ່ສົ່ງອອກມີການກັກຕຸນນໍ້າມັນໄວ້ຍິ່ງເຮັດໃຫ້ເກີດສະພາບນໍ້າມັນຂາດແຄນໃນທົ່ວໂລກ.

ໂດຍປະຕິບັດຕາມທິດຊີ້ນຳຂອງລັດຖະບານແຫ່ງ ສປປ ລາວຕໍ່ການແກ້ໄຂບັນຫານໍ້າມັນຂາດແຄນ ເຊິ່ງລັດຖະມົນຕີກະຊວງການເງິນ ໄດ້ຖະແຫຼງຕໍ່ສະພາແຫ່ງຊາດ ໃນຄັ້ງວັນທີ 15 ມິຖຸນາ 2022 ໄດ້ແຈ້ງຕໍ່ພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດ ວ່າຈະມີນໍ້າມັນຮັບໃຊ້ສັງຄົມ ລວມທັງການຜະລິດຢ່າງພຽງພໍໃນວັນທີ 20 ມິຖຸນາ 2022 ເປັນຕົ້ນໄປ.
ເພື່ອຜັນຂະຫຍາຍຕາມທິດຊີ້ນຳຂອງລັດຖະບານແຫ່ງ ສປປ ລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດ ໄດ້ສຸມທຸກກຳລັງແຮງເພື່ອປະຕິບັດພາລະກິດນີ້ໃຫ້ສຳເລັດ ແລະທັນເວລາ. ມາຮອດວັນທີ 19 ມິຖຸນາ 2022 ພວກເຮົາໄດ້ຈັດສັນ ແລະຈໍລະຈອນນໍ້າມັນລົງປໍ້າຕົວແທນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດ ຈຳນວນ 30 ປໍ້າບໍລິການ ທັງພາຍໃນນະຄອນໄກສອນພົມວິຫານ ແລະຕົວເມືອງຕ່າງໆຂອງແຂວງ.
ຂ້າພະເຈົ້າຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ເຄົາລົບໃຫ້ມີຄວາມອຸ່ນອ່ຽນທຸນທ່ຽງ, ມີຄວາມປະຫຍັດ ແລະເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ລັດວິສາຫະກິດນໍ້າມັນເຊື້ອໄຟລາວພວກເຮົາຮ່ວມກັບຜູ້ນຳເຂົ້າອື່ນໆກໍ່ຄືພາກທຸລະກິດນໍ້າມັນເຊື້ອໄຟຂໍຢັ້ງຢືນວ່າ: ການສະໜອງນໍ້າມັນເຊື້ອໄຟຈະຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິໃນອາທິດໜ້າ ພ້ອມນິີ້ ຂ້າພະເຂົ້າຂໍຢັ້ງຢືນວ່າ: ວັນທີ 20 ມິຖຸນາ 2022 ຈະມີນໍ້າມັນບໍລິການທຸກໆປໍ້າຕົວແທນເຊື້ອໄຟລາວ.
ອີກເທື່ອໜຶ່ງຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງອົງການຈັດຕັ້ງພາກລັດ ແລະເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວທຸກທົ່ວໜ້າ ຈົ່ງໄດ້ຮັກສາມູນເຊື້ອສາມັກຄີ, ດຸໝັ່ນ ແລະອົດທົນ, ມີຄວາມສາມັກຄີ ແລະຄວາມດີຕໍ່ກັນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ຈິ່ງໃຫ້ພວກເຮົາຜ່ານຜ່າອຸປະສັກໃນຄັ້ງນີ້ໄປໄດ້.
Cr: ສະຫວັນພັດທະນາ
