ເລັ່ງປັບປຸງຄຸ້ມຄອງ-ຈັດສັນ ຕົວເລກລັດຖະກອນ
ໃຫ້ສອດຄ່ອງກັບຄວາມ ຕ້ອງການພັດທະນາປະເທດ

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນປັດຈຸບັນນີ້, ໂດຍໄດ້ຍົກໃຫ້ເຫັນຄວາມ ເອົາໃຈໃສ່ຂອງລັດຖະບານ ໃນການຄຸ້ມຄອງພະນັກງານ-ລັດ ຖະກອນ ແລະ ເປັນວຽກງານບູມະສິດສໍາຄັນ ໃນການພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ. ແຕ່ແນວໃດກໍຕາມ, ວາລະແຫ່ງຊາດຂອງລັດຖະບານກ່ຽວກັ ບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ວາງເປົ້າໝາຍຫລຸດຜ່ອນຈໍານວນລັດຖະກອນລົງ ໃຫ້ຢູ່ໃນລະດັບ 18% ເມື່ອທຽບກັບຈໍານວນພົນລະ ເມືອງທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບລາຍຮັບງົບປະມານແຫ່ງຊາດ.

ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ຮູ້ວ່າ: ປີ 2021 ທົ່ວປະເທດ ມີພະນັກງານ-ລັດຖະກອນ ທັງໝົດ 176.151 ຄົນ, ຍິງ 83.102 ຄົນ. ໃນນັ້ນ ລັດຖະກອນຄູ ມີຈຳນວນ 74.041 ຄົນ, ຍິງ 40.081 ຄົນ ກວມເອົາ 42% ຂອງຈໍານວນລັດຖະກອນທັງໝົດ, ລັດຖະກອນແພດ ມີ 16.254 ຄົນ, ຍິງ 11.033 ຄົນ ກວມເອົາ 9,5%. ໃນຈໍານວນດັ່ງກ່າວ ຢູ່ສູນກາງກວມເອົາ 14%, ຂັ້ນແຂວງ 21% ແລະ ຂັ້ນເມືອງ 65%. ຕົວເລກລັດຖະກອນນີ້ ເມື່ອທຽບກັບຈໍານວນພົນລະເມືອງ 7,3 ລ້ານກວ່າຄົນແລ້ວ ເຫັນວ່າເທົ່າກັບ 2,4% ແລະ ສປປ ລາວ ເປັນອັນດັບ 4 ໃນອາຊຽນ ທີ່ມີຈໍານວນລັດຖະກອນຫລາຍ.

ປັດຈຸບັນ, ພະນັກງານຕາມສັນຍາມີຈໍານວນ 6.572 ຄົນ ແລະ ພະນັກງານອາສາສະໝັກ ທັງໝົດ 14.463 ຄົນ, ໃນນີ້ ຄູອາສາສະໝັກ 7.913 ຄົນ ແລະ ແພດອາສາສະໝັກ 3.062 ຄົນ. ໃນປີ 2022 ພາຍຫລັງລັດຖະບານໄດ້ປັບປຸງ ມູນຄ່າດັດສະນີເງິນເດືອນ (150 ກີບຕໍ່ດັດສະນີ) ໃຫ້ພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດທົ່ວປະເທດ ເຊິ່ງງົບປະມານທີ່ໃຊ້ເບີກຈ່າຍເງິນເດືອນ ແລະ ນະໂຍບາຍ ທັງໝົດແມ່ນ 13.320 ຕື້ກີບຕໍ່ປີ (ເງິນເດືອນພື້ນຖານແມ່ນ 11.500 ຕື້ກີບຕໍ່ປີ ແລະ ນະໂຍ ບາຍອື່ນໆ 1.820 ຕື້ກີບຕໍ່ປີ) ກວມເອົາ 46% ຂອງລາຍຮັບພາຍໃນປີ 2022. ສະນັ້ນ ເມື່ອທຽບກັບງົບ ປະມານປີຜ່ານມາແມ່ນເພີ່ມຂຶ້ນຈໍານວນ 2.398 ຕື້ກີບ.

ສໍາລັບ ສົກປີ 2022 ລັດຖະບານ ໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈໍານວນ 1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈໍານວນ 340 ຄົນ ແລະ ລັດຖະກອນແພດ ຈໍານວນ 320 ຄົນ ແລະ ມາຮອດປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ພວມຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກໍານົດເວລາ, ຂະນະທີ່ ກະຊວງພາຍໃນ ພວມສັງລວມສະຖິຕິພະນັກງານ-ລັດຖະກອນ ໃນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ນີ້. ແນວໃດກໍຕາມ, ເຖິງວ່າລັດຖະບານ ຈະເອົາໃຈໃສ່ວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ກໍານົດຕໍາແໜ່ງງານໃຫ້ມີປະສິດທິພາບ ແລະ ແບ່ງປັນຕົວເລກລັດຖະກອນໃໝ່ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະປີ, ແຕ່ເຫັນວ່າຄວາມຕ້ອງການລັດຖະກອນໃໝ່ ແມ່ນບໍ່ມີທ່າອ່ຽງຫລຸດລົງ ເນື່ອງຈາກຫລາຍພາກສ່ວນຍັງສືບຕໍ່ຮັບເອົາອາສາສະໝັກ ເຂົ້າການຈັດຕັ້ງແຕ່ລະຂັ້ນ ຢ່າງຕໍ່ເນື່ອງ, ພາໃຫ້ຕົວເລກອາສາສະໝັກເພີ່ມຂຶ້ນທຸກປີ, ຂະນະດຽວກັນ ບາງພາກສ່ວນຍັງບໍ່ທັນເອົາໃຈໃສ່ແຈກຢາຍຕົວເລກລັດຖະກອນໃໝ່ ໃຫ້ທ້ອງຖິ່ນບ່ອນທີ່ມີຄວາມຈໍາເປັນ ຕາມທິດຊີ້ນໍາຂອງລັດຖະບານ ໂດຍບັນຈຸຢູ່ຂັ້ນສູນກາງເປັນສ່ວນໃຫຍ່. ນອກນັ້ນ, ມີລັດຖະກອນຄູຈໍານວນບໍ່ໜ້ອຍ ສະເໜີຍົກຍ້າຍຈາກເຂດຊົນນະບົດຫ່າງໄກສອກຫລີກ ເຂົ້າມາຢູ່ໃນຕົວເມືອງ ແລະ ອີກຈໍານວນໜຶ່ງ ຂໍຍົກຍ້າຍມາສັງກັດຢູ່ລັດຖະກອນບໍລິຫານ ຈຶ່ງເຮັດໃຫ້ສະພາບການຕອບສະໜອງລັດຖະກອນຄູ ຢູ່ເຂດຊົນນະບົດຫ່າງໄກສອກຫລີກບໍ່ພຽງພໍ.

ທ່ານ ທອງຈັນ ມະນີໄຊ ໄດ້ກ່າວວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກທີ່ຍັງລໍຖ້າບັນຈຸເປັນລັດຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ໄດ້ມີທິດທາງ ຄື: ສືບຕໍ່ສະໜອງຕົວເລກໃຫ້ລັດຖະກອນຄູ, ແພດ ຢູ່ເຂດຫ່າງໄກສອກຫລີກ ທຸລະກັນດານ ໂດຍໃຫ້ບູລິມະສິດພິຈາລະນາຮັບເອົາອາສາສະໝັກທີ່ມີຄວາມຮູ້ຄວາມສາມາດ, ມີມາດຕະຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ; ຄົ້ນຄວ້າການຫັນຫົວໜ່ວຍວິຊາການ ທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ ໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການດັ່ງກ່າວ ເປັນພາລະກອນຕາມຕໍາແໜ່ງງານ; ໃຫ້ກະຊວງກ່ຽວຂ້ອງຄົ້ນຄວ້າສັບຊ້ອນລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫລືອລົງໄປປະຈໍາຢູ່ເຂດຊົນນະບົດ; ສືບຕໍ່ກວດກາ ແລະ ຄວບຄຸມ ການຍົກຍ້າຍຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫລີກເຂົ້າສູ່ຕົວເມືອງ ແລະ ຍົກຍ້າຍມາເປັນລັດຖະກອນບໍລິຫານ. ຄຽງຄູ່ກັນນີ້, ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະ ເຂັ້ມງວດ ໃນການສອບເສັງ, ບັນຈຸ ແລະ ສັບຊ້ອນລັດຖະກອນໃໝ່ ຕາມລະບຽບການ ແລະ ປະຕິບັດວຽກງານປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ນັບທັງຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ຖືກຕ້ອງຕາມນິຕິກໍາທີ່ປະກາດໃຊ້ ຕິດພັນກັບການຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດຮອບດ້ານ ຢ່າງເປັນລະບົບປົກກະຕິ ພວກເຮົາກໍຈະສາມາດສ້າງໄດ້ບຸກຄະລາກອນທີ່ດີ, ທີ່ເກັ່ງ, ມີຈັນຍາບັນ, ຈັນຍາທໍາ, ເປັນມືອາຊີບຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງມີຄຸນນະພາບ.

ຂ່າວ: ສຸພາສະຫວັນ

Leave a Reply

Your email address will not be published. Required fields are marked *