ໃນວັນທີ 4 ມິຖຸນາ 2022 ເວລາ 02:03ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຍິງກັນເສຍຊີວິດ ຢູ່ທີ່ບ້ານ ຫ້ວຍຊາຍໃຕ້ (ເຂດລ້ອງຫວຽດ) ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ
ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 02ຄົນ:

•ຜູ້ເສຍຊີວິດ:ທ້າວ ແອ່ນຄຳ ອາຍຸ28ປີ.ຢູ່ບ້ານ ສີດອນແຍງ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ.
-ມີຮອຍລູກປືນຍິງເຂົ້າຫົວສອດແຕ່ເບື້ອງຊ້າຍຫາເບື້ອງຂວາ.

•ຜູ້ເສຍຊີວິດ: ນາງ ຕຸ້ຍ ອາຍຸປະມານ 18-20 ປີ ຢູ່ບ້ານ ພິມົນສິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
-ມີຮອຍລູກປືນຍິງເຂົ້າຫົວສອດແຕ່ຂວາຫາຊ້າຍ.
(ສ່ວນສາເຫດເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່)

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງມານຳເອົາສົບຜູ້ເສຍຊີວິດໄປທຳພີິທີ່ທາງສາສະໜາ.

ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ….

#ອຸບັດຕິເຫດ&ເຈັບ-ປ່ວຍສຸກເສີນໂທແຈ້ງ:☎️084 1625 ☎️ຕະຫລອດ24ຊົ່ວໂມງ
—————————————-
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ084 1625 🚑🚑ຫຼືສາມາດໂອນເຂົ້າບັນຊີຂອງພວກເຮົາໄດ້
ຊື່ບັນຊີ:RESCUE EMERGENCY PROVINCILA🚨
#ເງິນກີບ:
112110001944839001
#ເງິນບາດ:
112110201944839001