ໃນວັນທີ 30 ພຶດສະພາ 2022 ເວລາ 10:32ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນນອນເສຍຊີວິດ ຢູ່ທີ່ບ້ານ ສີເມືອງງາມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ:

ຜູ້ເສຍຊີວິດ:ທ້າວ ພົນ ອາຍຸ 51 ປີ. ບ້ານຫາດສະ ເມືອງ ປາກທາ ແຂວງບໍ່ແກ້ວ.
(ສ່ວນສາເຫດການເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່).

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ປ່າຊ້າແຂວງ.
ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ….

#ອຸບັດຕິເຫດ&ເຈັບ-ປ່ວຍສຸກເສີນໂທແຈ້ງ:☎️084 1625 ☎️ຕະຫລອດ24ຊົ່ວໂມງ
—————————————-
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ084 1625 🚑🚑ຫຼືສາມາດໂອນເຂົ້າບັນຊີຂອງພວກເຮົາໄດ້