ຄະນະແລກປ່ຽນບົດຮຽນພາຍໃຕ້ໂຄງການສະໜັບສະໜູນການມີສ່ວນຮ່ວມຂອງປະຊາຊົນ ຜ່ານວິທະຍຸຊຸມຊົນ ຈາກປະເທດລາວ ນຳໂດຍ ທ່ານ ສົມກ້ຽວ ກີ່ງສັກດາ ຫົວໜ້າກົມຮ່ວມມືສາກົນສູນກາງຊາວໝຸ່ມ ແລະ ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະຈຳນວນ 12 ທ່ານ ໄດ້ມີໂອກາດຢ້ຽມຢາມເບີ່ງການເຮັດນະວັດຕະກຳໃໝ່ທາງດ້ານກະສິກຳ (Smart from) ທີ່ ມ. ຂອນແກ່ນ ປະເທດໄທ.

ຄະນະຝ່າຍລາວໄດ້ຢ້ຽມຊົມການເຮັດລະບົບໃຫ້ນໍ້າແບບທັນສະໄໝໃນສວນດອກໄມ້ ໃນລະບົບກະສິກຳແບບສະຫຼາດ, ການປູກຜັກຮ່ວມກັບລ້ຽງປາ ແລະ ການປູກກັນຊາ ແລະ ກັນຊາເພື່ອປູກເປັນສ່ວນປະສົມ ຂອງຢາປີ່ນປົວ ຊື່ງເປັນຫຼັກສູດການສຶກສາ ຂອງຄະນະກະສິກຳສາດ ຂອງ ມ. ຂອນແກ່ນ. ຊື່ງການຢ້ຽມຊົມຈຸດຕ່າງໆ ແມ່ນອຳນວຍຄວາມສະດວກ ຂອງ ອາຈານ ພົນຈະມານ ທຳດຳຫຼົງຍຸດວິທະຍາກຸນ ແລະ ບັນລະຍາຍຄວາມຮູ້ຈາກນັກສຶກສາ ຂອງຄະນະ.

ຕະຫຼອດການຢ້ຽມຢາມໃນຄັ້ງນີ້ແມ່ນຈະໄດ້ດຳເນີນ ແຕ່ວັນທີ 17-19/5/2022 ຊື່ງໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ (UNDP).

.

ພາບ-ຂ່າວ: ກອງບຸນ ສຸລິວົງ