ຫ້ອງວ່າການແຂວງບໍ່ແກ້ວ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບວ່າ: ຄະນະຮັບຜິດຊອບ ຄົ້ນຄວ້າ, ກະກຽມການໃນການເປີດບັນດາດ່ານສາກົນຢູ່ພາຍໃນແຂວງບໍ່ແກ້ວ ໄດ້ເຫັນດີໃຫ້ເປີດດ່ານສາກົນ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ເລີ່ມແຕ່ ວັນທີ 17 ພຶດສະພາ 2002 ເປັນຕົ້ນໄປ, ຕິດພັນກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ, ມາດຕະການໃນການ ເຂົ້າ-ອອກ ດ່ານສາກົນຢູ່ແຂວງບໍ່ແກ້ວ ໃຫ້ປະຕິບັດ ດັ່ງນີ້:
1. ເຫັນດີໃຫ້ປະຕິບັດຕາມແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022, ສຳລັບ ການເຂົ້າ-ອອກຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ, ຈັດຕັ້ງ ປະຕິບັດສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ສອງຝ່າຍ ແລະ ຝ່າຍດຽວ, ຈັດຕັ້ງປະຕິບັດ E-VISA, ວີຊາກັບ ດ່ານ ຢູ່ດ່ານສາກົນທີ່ມີໜ່ວຍງານວີຊາກັບດ່ານ, ພາຫະນະສາມາດເດີນທາງ ເຂົ້າ-ອອກ ດ່ານສາກົນ ຄືກັນກັບ ໄລຍະກ່ອນການລະບາດ ຂອງພະຍາດໂຄວິດ-19
2. ຂາເຂົ້າ: ຜູ້ທີ່ສັກວັກຊິນຄົບໂດສ ສາມາດເດີນທາງເຂົ້າດ່ານສາກົນແຂວງບໍ່ແກ້ວຄືກັນກັບໄລຍະ ກ່ອນການລະບາດຂອງພະຍາດ ໂຄວິດ-19, ສ່ວນຜູ້ທີ່ບໍ່ມີໃບຢັ້ງຢືນສັກວັກຊິນຄົບໂດສ ຕ້ອງໃຫ້ມີຜົນກວດ ເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ແລະ ຈະບໍ່ມີການກວດຫາເຊື້ອຄືນອີກເວລາເຂົ້າມາດ່ານສາກົນແຂວງບໍ່ແກ້ວ (ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາດ່ານເປັນຜູ້ກວດກາໃບຢັ້ງຢືນສັກວັກຊິນ ແລະ ຜົນກວດດ້ວຍເຄື່ອງກວດ (ATK) ກໍລະນີ ບໍ່ມີຜົນກວດ ເຈົ້າໜ້າທີ່ ສາທາລະນະສຸກ ຈະກວດຫາເຊື້ອຢູ່ດ່ານ, ຖ້າຜົນກວດເປັນບວກຕ້ອງຮັບຜິດຊອບຄ່າປິ່ນປົວເອງ.
3. ຂາອອກ: ຜູ້ທີ່ມີ ຈຸດປະສົງເດີນທາງອອກຈາກດ່ານສາກົນຂອງແຂວງບໍ່ແກ້ວ ໄປປະເທດເພື່ອນບ້ານ ຕ້ອງປະຕິບັດຕາມມາດຕະການ ແລະ ເງື່ອນໄຂຂອງປະເທດປາຍທາງຢ່າງເຂັ້ມງວດ.
4. ສໍາລັບພາຫະນະສ່ວນຕົວ, ໂດຍສານ, ທ່ອງທ່ຽວ, ຂົນສົ່ງສິນຄ້າ ສາມາດເດີນທາງເຂົ້າ-ອອກຜ່ານ ດ່ານສາກົນແຂວງບໍ່ແກ້ວ ໂດຍປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງວາງອອກ ແລະ ໃຫ້ ປະຕິບັດຕາມມາດຕະການ ແລະ ເງື່ອນໄຂ ຂອງປະເທດປາຍທາງ ທີ່ກຳນົດໄວ້.
5. ມອບໃຫ້ພະແນກສາທາລະນະສຸກແຂວງ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດ ໂຄວິດ-19 ສາຍພັນໃໝ່ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວຢ່າງມີ ປະສິດທິພາບ ແລະ ທ່ວງທັນກັບສະພາບການ. ດັ່ງນັ້ນ,ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ

.
