ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ຢູ່ຕໍ່ໜ້າທຳນຽບຂາວ ໃນໂອກາດກອງປະຊຸມສຸດຍອດພິເສດ ອາຊຽນ-ສະຫະລັດອາເມລິກາ.

ຮູບດັ່ງກ່າວນີ້ຖືກໂພສໂດຍເຟສບຸກທາງການຂອງທ່ານ ໄບເດນ ເມື່ອຕອນເຊົ້າຂອງມື້ນີ້ຕາມເວລາປະເທດລາວ (13 ພຶດສະພາ 2022) ພ້ອມຂໍ້ຄວາມທີ່ວ່າ “ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ນັ້ນເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງສະຫະລັດໃນອາຊີຕາເວັນອອກສ່ຽງໃຕ້.
ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມປອດໄພ, ຄວາມຮຸ່ງເຮືອງ ແລະ ຄວາມເຄົາລົບຕໍ່ສິດທິມະນຸດຂອງປະຊາຊົນ 1 ຕື້ຄົນຂອງພວກເຮົາ”.
ທີ່ມາ:
