ວັນທີ 12 ພຶດສະພາ ສຳນັກຂ່າວ ຊິນຮວາ ຈີນ ລາຍງານເຫດການໄຟໄໝ້ ເຮືອບິນ ລຳນຶ່ງ ຂອງສາຍການບິນ ທິເບດ ແອລາຍ (Tibet Airlines) ເປັນເຮືອບິນAirbus A319-100 ຖ້ຽວບິນ TV9833 ທີ່ບັນທຸກ ຜູ້ໂດຍສານ 113ຄົນ ແລະ ລູກເຮືອ ອີກ 9ຄົນ ໄດ້ແລ່ນອອກນອກ ທາງແລນ (runway)

ໃນຂະນະທີ່ ພວມອອກ ເດີນທາງ ຈາກນະຄອນ ຈົງຊີງ(Chongqing) ໄປຍັງ ເມືອງ ຫລິນຈື(Linzhi) ລະຫວ່າງ ພວມບິນຂຶ້ນ ແລະ ເກີດໄຟໄໝ້ຂຶ້ນ ຮຸນແຮງ ຢູ່ສະໜາມບິນ ສາກົນ ຈົງຊີງ ເຈ່ຍ ເປ່ຍ (Chongqing Jiangbei ) ໃນເທດ ສະບານ ນະຄອນ ຈົງຊີງ (Chongqing) ທາງຕາເວັນຕົກ ສ່ຽງໃຕ້ ຂອງຈີນ ສົ່ງຜົນໃຫ້ມີ ຜູ້ໄດ້ຮັບ ບາດເຈັບ ຢ່າງໜ້ອຍ 25ຄົນ ຖືນຳສົ່ງໄປ ໂຮງໝໍແລ້ວ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງສະໜາມບິນ ສາມາດ ມອດໄຟໄດ້ແລ້ວ ແລະ ສັ່ງປິດ ສະໜາມບິນ ບ່ອນເກີດ ອຸບັດເຫດ ໃນຄັ້ງນີ້.

ທີ່ມາ:ຂປລ