ໃນວັນທີ 11 ພຶດສະພາ ນີ້ ເຈົ້າໜ້າທີ່ທະຫານພານ ແຂວງໜອງຄາຍ ປະເທດໄທ ໄດ້ຖະແຫຼງຂ່າວຈັບຊາວໄທ2 ຄົນ ທີ່ລັກລອບຂົນຢາເສບຕິດຈາກເມືອງສັງທອງ ນະຄອນຫຼວງວຽງຈັນ

ຂ້າມແມ່ນ້ຳຂອງມາຝັ່ງແຂວງໜອງຄາຍ ພ້ອມຢຶດຂອງກາງເປັນ ຢາບ້າ 5.5 ລ້ານເມັດ, ກັນຊາ ນ້ຳໜັກ 1.7 ກິໂລກຣາມ ແລະອື່ນໆ ລວມມູລຄ່າ 400 ລ້ານບາດ

ໃນເບື້ອງຕົ້ນ ຊາວໄທກຸ່ມດັ່ງກ່າວ ມີທັງໝົດ 11 ຄົນ ໃນນັ້ນໄດ້ຈົມນ້ຳຫາຍ 1 ຄົນ ຖືກຈັບໄດ້ 2 ຄົນ ສ່ວນອີກ 8 ຄົນ ສາມາດຂຶ້ນເຮືອໜີເມືອຝັ່ງລາວ ແຕ່ເຈົ້າໜ້າທີ່ໄທຍ໌ໄດ້ມີການປະສານໃຫ້ເຈົ້າໜ້າທີ່ລາວ ເລັ່ງຕິດຕາມໂຕແລ້ວ

.

ທີ່ມາ: ຂ່າວອອນລາຍໜອງຄາຍ