ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໄດ້ລົງຊຸກຍູ້ຊາວກະສິກອນທຳການຜະລິດປູກອ້ອຍຢູ່ເມືອງສິງ ໃນອາທິດຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ປອ ຈັນພິກພັກ ກອງຈຳປາ ເຈົ້າເມືອງໆສິງ ພ້ອມດ້ວຍຕາງໜ້າບໍລິສັດ ຍິ່ງເມົາ ສົ່ງເສີມການປູກອ້ອຍ ແລະ ຊາວກະສິກອນທຳການຜະລິດປູກອ້ອຍຢູ່ເມືອງສິງ ເຂົ້າຮ່ວມ.

ໂອກາດດຽວກັນນີ້, ຜູ້ຕາງໜ້າບໍລິສັດ ຍິ່ງເມົາ ສົ່ງເສີມການປູກອ້ອຍ ໄດ້ລາຍງານກ່ຽວກັບການປູກອ້ອຍ ໃນໄລຍະຜ່ານມາ ທົ່ວເມືອງສິງ ແລະ ເມືອງລອງ ມີເນື້ອທີ່ປູກອ້ອຍທັງໝົດ 10.423 ເຮັກຕາ, ໃນນີ້ ເມືອງສິງ ມີເນື້ອທີ່ 5.600 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ປະມານ 6 ແສນກວ່າໂຕນ ແລະ ເມືອງລອງ ປະມານ 3 ແສນກວ່າໂຕນ.

ໃນຕໍ່ໜ້າ ຈະນຳພາພໍ່ແມ່ປະຊາຊົນຂະຫຍາຍເນື້ອທີ່ປູກອ້ອຍໃຫ້ຫຼາຍຂຶ້ນຕື່ມ. ທັງນີ້, ກໍເພື່ອເປັນການຊອກວຽກເຮັດງານທຳໃຫ້ຜູ້ດ້ອຍໂອກາດ, ຜູ້ບໍ່ມີທຶນຮອນໃນການຜະລິດໃນການທຳການຜະລິດ, ປູກຝັງ-ລ້ຽງສັດ, ຮັບປະກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນເທື່ອລະກ້າວ.

ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນໍາຂອງເມືອງ, ບໍລິສັດ ແລະ ຊາວກະສິກອນຜູ້ທຳການຜະລິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກຕ່າງໆຂອງຕົນດ້ວຍຄວາມຮັບຜິດຊອບ, ມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສະຫຼຸບລາຍງານວຽກງານເປັນແຕ່ລະໄລຍະ, ເອົາໃຈໃສ່ທຳການຜະລິດ ເພື່ອສ້າງລາຍຮັບ ແລະ ປະຕິບັດຕາມວາລະແຫ່ງຊາດທີ່ຂັ້ນເທິ່ງວາງອອກ.

Leave a Reply

Your email address will not be published. Required fields are marked *