ອາທິດແລ້ວນີ້ນີ້ ເມືອງງອຍ ແຂວງຫຼວງພະບາງ ໄດ້ຈັດພິທີທໍາລາຍອ າ ວຸ ດລ່າເນື້ອ ແລະ ສິ່ງຕ້ອງຫ້າມຜິດກົດໝາຍ ຢູ່ກອງບັນຊາການທະຫານເມືອງ ໂດຍມີທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ ພ້ອມດ້ວຍຄະນະ,ມີຫົວໜ້າ-ຮອງຫົວໜ້າຫ້ອງການ ເຈົ້າໜ້າທີ່ປກຊ-ປກສ ແລະອົງການປົກຄອງບ້ານກຸ່ມເທດສະບານ ເຂົ້າຮ່ວມ.

ທ່ານ ສຸກສົມຫວັງ ຄຸນມະນີ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດຈັດພິທີ ທຳລາຍອາວຸດລ່າເນື້ອ ແລະ ສິ່ງທີ່ຕ້ອງຫ້າມຜິດກົດໝາຍ ຢູ່ພາຍໃນເມືອງ,ຈາກນັ້ນທ່ານ ປອ ສົມສະນິດ ແກ່ນມະນີ ຫົວໜ້າຄະນະຈັດຕັ້ງເມືອງ ກໍໄດ້ລາຍງານຫຍໍ້ໃນການຈັດຕັ້ງປະຕິບັດການຮື້ຖອນເກັບອາວຸດລ່າເນື້ອ ແລະສິ່ງຕ້ອງຫ້າມ ທີ່ຜິດກົດໝາຍ ຢູ່ບັນດາບ້ານພາຍໃນເມືອງງອຍ ຜ່ານການຕິດຕາມກວດກາ ແລະ ຢຸ ດ ອ າ ວຸ ດ ພ້ອມກັບສິ່ງທີ່ຜິດກົດໝາຍໃນຄັ້ງນີ້ ປະກອບມີ: ອ າ ວຸ ດ ລາເນື້ອ( ປື ນ ແ ກັ ບ ) 1.480 ກ ະ ບ ອ ກ, ເຄື່ອງມືຊັອດປາ 20 ເຄື່ອງ, ໝໍ້ໄຟ 5 ເຄື່ອງ, ຈັກສະຕີ່ນ 61 ເຄື່ອງ, ບາຈັກສະຕິ່ນ 4 ອັນ, ໂສ້ 1 ເສັ້ນ ແລະ ໝາກແຕກ 2 ໜ່ວຍ.

ສໍາລັບການຕິດຕາມກວດກາ ໂດຍການສົມທົບຂອງກໍາລັງປກຊ-ປກສ ແລະໃຫ້ບໍລິການປະຊາຊົນຢູ່ບັນດາກຸ່ມບ້ານ ແລະໃຫ້ການຮ່ວມມືຈາກອົງການປົກຄອງບ້ານພາຍໃນເມືອງ ເພື່ອເອົາໃຈໃສ່ໃນການແກ້ໄຂ ແລະສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຕິດຕາມກວດກາ ແລະ ຍຶ ດອາວຸດລ່າເນື້ອ,ອຸປະກອນຕັດໄມ້,ຈັກສະຕິ່ນ ແລະເຄື່ອງມືຊັອດປາ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ, ເພື່ອເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍ່ຄືຄຳສັ່ງວ່າດ້ວຍການກວດກາ ແລະເກັບກູ້ ອ າ ວຸ ດ ເສິ ກ-ອ າວຸ ດລ່າເນື້ອ,ທາດແ ຕ ກ,ທາດ ລ ະ ເ ບີ ດ ທີ່ພົວພັນເຖິງຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ-ສັດປາ ແລະ ການຕັດໄມ້ທຳລາຍປ່າ.

ໂອກາດດັ່ງກ່າວນີ້ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຊີ້ນຳ,ເຈົ້າໜ້າທີ່,ອົງການປົກຄອງບ້ານ ແລະປະຊາຊົນພາຍໃນເມືອງ ທີ່ໄດ້ໃຫ້ຄວາມຮ່ວມມື ການຈັດຕັ້ງປະຕິບັດ, ລົງກວດກາ ແລະປຸກລະດົມໃຫ້ປະຊາຊົນບັນດາເຜົ່າພາຍໃນເມືອງ ໃນການມອບ ອ າ ວຸ ດ ເສິ ກ-ອ າວຸ ດລ່າເນື້ອ, ທາດ ແ ຕ ກ, ທາດ ລ ະເ ບີ ດ ທີ່ພົວພັນເຖິງຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ສົ່ງໃຫ້ທາງເມືອງ ພ້ອມທັງ ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ສຶບຕໍ່, ລົງຕິດຕາມ, ກວດກາ ບັນດາບ້ານທີ່ຍັງມີການຄອບຄອງ ແລະ ຍັງນໍາໃຊ້ອາວຸດປະເພດຕ່າງໆ ທີ່ຜິດກົດໝາຍຕຶ່ມອີກ.

ຈາກນັ້ນ ການນໍາຂອງເມືອງງອຍ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມກັນທຳລາຍ ອ າ ວຸ ດລ່າເນື້ອ ແລະ ສິ່ງຕ້ອງຫ້າມ ທີ່ຜິດກົດໝາຍ ທີ່ຍືດມາໄດ້ ຢ່າງເປັນທາງການ.
ຂ່າວ: ສາຍສະໝອນ ຈິດຕະປັນຍາ ຖວທ ເມືອງງອຍ.