ໃນແຕ່ລະເດືອນ ສປປ ລາວ ຕ້ອງນໍາເຂົ້ານຳມັນເຊື້ອໄຟທຸກຊະນິດ ຈຳນວນ 120 ລ້ານລິດ, ແຕ່ປັດຈຸບັນນີ້ ນຳເຂົ້າພຽງ 20 ລ້ານລິດ, ຍັງຂາດອີກ 100 ລ້ານລິດ ຈິ່ງພຽງພໍ.
ສາເຫດຍ້ອນໄດ້ຮັບຜົນກະທົບຈາກລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ ເຮັດໃຫ້ຂາດເງິນໂດລາເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງປະເທດລາວແມ່ນເພິ່ງພາອາໄສນໍ້າມັນເຊື້ອໄຟຈາກແຫຼ່ງພາຍນອກທັງໝົດ.
ຜູ້ນໍາເຂົ້າບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກອັດຕາແລກປ່ຽນເງິນກີບ/ໂດລາທີ່ບໍ່ເອື້ອອໍານວຍ.
ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ກ່າວວ່າ: ການນໍາເຂົ້າ ນໍ້າມັນເຊື້ອໄຟຫຼຸດໜ້ອຍລົງ ກໍເປັນຍ້ອນຜົນລິດນໍ້າມັນ ເຊື້ອໄຟ ໃນຕະຫຼາດໂລກມີຄວາມບໍ່ແນ່ນອນ ຊຶ່ງໂຮງງານ ກັ່ນນໍ້າມັນ ຈໍານວນນຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອ ສ້າງກໍາໄລ. ເຊິ່ງການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ຫມາຍຄວາມວ່າລາຄາຂາຍຍ່ອຍໃນລາວຈະສືບຕໍ່ສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.ພວກເຮົາຍັງບໍ່ຮູ້ວ່າຈະນຳເຂົ້ານ້ຳມັນເຊື້ອໄຟໄດ້ອີກມື້ໃດ. ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.
ຕໍ່ກັບບຫາຫານີ້ ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາກລັດກຳລັງເລັ່ງຊອກຫາແຫລ່ງນໍ້າໃນ ແລະ ວິທີຄວບຄຸມລາຄານ້ຳມັນເຊື້ອໄຟ, ເພາະວ່າລາຄານ້ຳມັນເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການຄົມມະນາຄົມ, ໄພເງິນເຟີ້ ແລະ ຄ່າຄອງຊີບ.

.
