ໃນເວລາ 12:00 ໂມງຂອງວັນທີ 4 ພືດສະພາ 2022. ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ສືບຮູ້ ຈະມີກຸ່ມແກ້ງຊື້-ຂາຍຢາເສບຕິດ ມາຈາກຕ່າງແຂວງນຫດສົ່ງຢາເສບຕິດຢູ່ເເຄມທາງເລກທີ 13 ໃຕ້ເຂດບ້ານເລົ່າຄາ ເມືອງຫີນບູນ ເເຂວງຄໍາມ່ວນ

ຕົກມາຮອດເວລາ 17:30 ໂມງ, ຂອງວັນດຽວກັນ ຈິ່ງໄດ້ເຫັນເປົ້າໝາຍສົງໃສເປັນເພດຍິງ 2 ຄົນຂັບຂິ່ລົດຈັກ ຍີ່ຫໍ້ຮອນດ້າເວບ 125 ໄອ໌ ສີປອນເເດງ (ບໍ່ມີປ້າຍທະບຽນ) ຊ້ອນກັນມາລໍຖ້າ ຢູ່ຈຸດນັດໝາຍເຂດດັ່ງກ່າວ ໄດ້ປະມານ 20 ນາທີ ຈິ່ງເຫັນຜູ້ຊາຍ 01 ຄົນ ຂັບຂີ່ລົດຈັກ ຮອນດ້າເວບ 110 ໄອ໌ ສີສົ້ມ (ບໍ່ມີປ້ານທະບຽນ)ພ້ອມກັບກະເປົາສີເຫຼືອງໜື່ງໜ່ວຍ ມາຈອດຢູ່ຈຸຸດດັ່ງກ່າວ.

ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ນໍາກໍາລັງເຂົ້າຈັບກຸມພວກກ່ຽວ ທັງ 3 ຄົນ, ຍິງ 2 ຄົນ. ພ້ອມທັງກວດຄົ້ນຕົນຕົວ ແລະ ພາຫະນະ ຈຶ່ງເຫັນຂອງກາງປະເພດຢາເສບຕິດ (ຢາບ້າ) ທີ່ຊຸກເຊື່ອງຢູ່ທາງໃນເບາະລົດຈັກ ຈຳນວນ 62 ມັດ, ເທົ່າກັບ 124.000 ເມັດ ແລະ ລົດຈັກ 2 ຄັນມາທຳການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຈຶ່ງຮູ້ຜູ້ຖືກຫາ ຊື່ທ້າວ ເປີ່ງ ລໍຝົນ, ອາຍຸ 42 ປີ,ເປັນປະຊາຊົນຢູ່ບ້ານນາຄໍາ ເມືອງໃໝ່ ເເຂວງ ຜົ່ງສາລີ, ຊື່ນາງ ເພັດ ນາມມີໄຊ ອາຍຸ 23 ປີ ແລະ ນາງກ໋ອກ ເເກ້ວເຈືອ ອາຍຸ 25 ປີ ທັງສອງຄົນແມ່ນ ເປັນປະຊາຊົນຢູ່ບ້ານນານໍ້າ ເມືອງປາກກະດິງ, ແຂວງບໍລິຄຳໄຊ.

ພາບ-ຂ່າວ:ພັນຊະນະ

Leave a Reply

Your email address will not be published. Required fields are marked *