ຂ່າວດີ! ຄະນະປະຈຳສະພາແຫ່ງຊາດ ຕົກລົງ

ມາດຕາ 1. ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານ້ຳມັນເຊື້ອໄຟ ໃນສະພາບລາຄານ້ໍາມັນເຊື້ອໄຟເໜັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນ້ຳມັນເຊື້ອໄຟ ຕາມການສະເໜີຂອງລັດຖະບານ ດັ່ງນີ້:

1. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນກາຊວນ ປັບຈາກ 21% ມາເປັນ 11%

2. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນແອັດຊັງທຳມະດາ ປັບຈາກ 31% ມາເປັນ 16%.

ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນຳໃຊ້ໃນໄລຍະ 3 ເດືອນ, ກໍລະນີລາຄານ້ຳມັນເຊື້ອໄຟ ຕະຫຼາດໂລກປັບຫຼຸດລົງ ໃຫ້ຍົກເລີກມາດຕະການຊົ່ວຄາວ ຕາມມະຕິສະບັບນີ້ ແລ້ວຫັນໄປປະຕິບັດ.

.

.

Leave a Reply

Your email address will not be published. Required fields are marked *