ລາຍງານຈາກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ ເກີດອຸບດຕິເຫດ ລົດໃຫຍ່ຕໍາກັບລົດຈັກ

ເຫດເກີດ ວັນທີ 8 ພຶດສະພາ 2022. ເວລາ 08:32 ໂມງ, ຈຸດເກີດເຫດ: ຫລັກ7

ໂດຍໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1623 ຈາກປະຊາຊົນວ່າມີອຸປະຕິເຫດ. ໜ່ວຍກູ້ໄພອອກກວດສອບເຫດ ພົບຜູ້ເສຍຊິວິດຈຳນວນ 1 ຄົນ ເພດຊາຍ

ຂໍ້ມູນຫຍໍ້ຜູ້ເສຍຊີວິດ ແມ່ນເພດຊາຍ ອາຍຸ 51 ປີ ອາຊີບກຳມະກອນ, ປັດຈຸບັນຢູ່ບ້ານ ຫນອງບົວທອງ ເມືອງບາຈຽງ ແຂວງຈຳປາສັກ

ສະພາບອາການເບື້ອງຕົ້ນແມ່ນກະທົບໜັກ ແລະ ເສຍຊິວິດຄາທີ່

ດັ່ງນັ້ນຈື່ງໄດ້ນຳສົ່ງປາຊ້າຫລັກ 9 ເພື່ອທຳພິທີທາງສາດສະຫນາ

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້

Leave a Reply

Your email address will not be published. Required fields are marked *