ຈາກກໍລະນີ ຄລິບ ຕີກັນເຂດຄິວລົດເມ ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ ບ່າຍ ວັນທີ 6 ພຶດສະພາ 2022,

ໂດຍຄລິບດັ່ງກ່າວ ມີ ຄົນຫຼາຍລຸມຕີ ໂຊເຟີລົດຈໍາໂບ້ ແລະມີເຈົ້າໜ້າທີ່ ສອງສາມຄົນ ຢູ່ໃນເຫດການ ແຕ່ບໍ່ໄດ້ມີການຫ້າມການກະທໍາຮຸນແຮງດັ່ງກ່າວ.

ຈົນເຮັດໃຫ້ສັງຄົມ ຕັ້ງຄໍາຖາມຕໍ່ຄລິບດັ່ງກ່າວວ່າ ເຈົ້າໜ້າທີ່ເຮັດຫຍັງຢູ່? ຄືບໍ່ຫ້າມ, ໃຜຜິດຖືກ ຄວນໄກ່ເກ່ຍກັນ ດ້ວຍສັນຕິວິທີ. ບໍ່ແມ່ນໃຊ້ຄວາມຮຸນແຮງ ເພາະບ້ານເມືອງມີຂື່ມີແປ.

ຫຼ່າສຸດມີຂໍ້ມູນໃຫ້ຮູ້ວ່າ: ຜ່ານການລົງເກັບກຳສະພາບການຕົວຈິງໃນຈຸດທີ່ເກີດເຫດ, ສາມາດເກັບກຳຂໍ້ມູນເບື້ອງຕົ້ນໃດ້ຄື

ລົດຈໍ້າໂບ້ຄັນດັ່ງກ່າວແມ່ນລົດທີ່ເຄື່ອນໄຫວບໍ່ຖືກຕ້ອງ, ສະພາບເຕັກນິກບໍ່ດີ, ບໍ່ມີປ້າຍທະບຽນ, ບໍ່ມີເອກກະສານອະນຸຍາດຂົນສົ່ງໂດຍສານ ( ຈໍ້າໂບ້ເຖື່ອນ ) ຜູ້ຂັບຂີ່ລົດເປັນຄົນທີ່ດື່ມເຫຼົ້າເມົາແລ້ວອາລະວາດເປັນອາຈິນ

ກ່ອນຈະເກີດເຫດການດັ່ງກ່າວແມ່ນ ຜູ້ຂັບຂີ່ລົດຈໍ້າໂບ້ມານັ່ງດື່ມເຫຼົ້າຢູ່ຮ້ານອາຫານໃນຄິວລົດເມຈົນມີອາການເມົາແຮງແລ້ວອາລະວາດໂວຍວາຍ, ຊຸກລົດຈໍ້າໂບ້ຕຳລົດໃຫ່ຍແລ້ວຈະໜີ, ປ້ອງກັນສະຖານີໃດ້ບອກໃຫ້ຢູ່ລົມກັນກ່ອນ ແຕ່ຜູ້ກ່ຽວໂວຍວາຍຈະຕີປ້ອງກັນ ແລະ ເຈົ້າໜ້າທີ່ຕຳຫຼວດ ຕໍ່ມາຈຶ່ງເກີດເຫດການດັ່ງທີ່ເຫັນ.

ສ່ວນບຸກຄົນຢູ່ໃນເຫດການນັ້ນລວມມີ : ພໍ່ຄ້າຂາຍອາຫານ, ປ້ອງກັນຂອງສະຖານີລົດເມ ແລະ ເຈົ້າໜ້າທີ່

ປະຈຸບັນເຈົ້າໜ້າທີ່ຕຳຫຼວດເມືອງສີສັດຕະນາກໃດ້ເອົາລົດຄັນດັ່ງກ່າວໄປກັກໃວ້ ແລະ ກຳລັງທຳການສອບສວນດຳເນີນຄະດີຕາມກົດໝາຍ

Leave a Reply

Your email address will not be published. Required fields are marked *