ຕອນເຊົ້າວັນທີ 4 ພຶດສະພາ 2022, ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ນວ ໄດ້ມອບລົດຈັກເວບຮ້ອຍສີແດງດຳ ໝາຍເລກທະບຽນ ດນ 9646 ທີ່ເກັບກູ້ມາໄດ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງ, ກ່າວມອບໂດຍ ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ, ກ່າວຮັບໂດຍ ເຈົ້າຂອງລົດ ທ່ານ ລີ້ນ້ອຍ ກອງມະນີ ປະຊາຊົນ ບ້ານໜອງທາເໜືອ ເມືອງຈັນທະບູລີ ນວ.

ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ລົດຈັກເວບຮ້ອຍສີແດງດຳ ທີ່ນຳມາມອບຄືນໃຫ້ເຈົ້າຂອງໃນຄັ້ງນີ້ ສາມາດເກັບກູ້ຄືນມາໄດ້ໃນເວລາ 23:00 ໂມງ ຂອງວັນທີ 29 ເມສາ 2022, ໃນຂະນະທີ່ເຈົ້າໜ້າທີ່ອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບ ຢູ່ເສັ້ນທາງໂຮງໝໍແມ່ ແລະ ເດັກ ໜອງພະຍາ ໄດ້ພົບເຫັນເປົ້າໝາຍຕ້ອງສົງໄສຈຶ່ງສະແດງຕົວເຂົ້າກວດຄົ້ນ ແຕ່ເປົ້າໝາຍໄດ້ເອົາຕົວລົບໜີ ແລະ ຖິ້ມລົດຈັກຄັນດັ່ງກ່າວໄວ້ຂ້າງທາງ, ເຈົ້າໜ້າທີ່ຈຶ່ງໄດ້ນຳລົດຈັກເວບຮ້ອຍຄັນດັ່ງກ່າວມາເກັບຮັກສາໄວ້ຢູ່ຫ້ອງການ ປກສ ກຸ່ມ;

ຫຼັງຈາກນັ້ນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອກວດກາ ຈຶ່ງຮູ້ວ່າລົດຈັກຄັນດັ່ງກ່າວແມ່ນອອກຊຶ່ທ້າວ ລີ້ນ້ອຍ ກອງມະນີ ບ້ານໜອງທາເໜືອ ເມືອງຈັນທະບູລີ ເຊິ່ງຖືກຄົນຮ້າຍລັກໄປແຕ່ ວັນທີ 15 ພຶດສະພາ ປີ 2020.

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງປະຊາຊົນຊາວນະຄອນຫຼວງວຽງຈັນ ຈົ່ງມີສະຕິໃນການເກັບມ້ຽນ, ຮັກສາຊັບສິນອັນມີຄ່າໄວ້ໃຫ້ດີ ເພື່ອປ້ອງກັນກຸ່ມຄົນບໍ່ດີມາລັກເອົາໄປ ແລະ ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກພົບເຫັນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ຫຼື ແຈ້ງມາໄດ້ທີ່ວັອດແອັບເບີ 0202889 9774 ຫຼື ຜ່ານຊ່ອງທາງເຟັດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

.

Leave a Reply

Your email address will not be published. Required fields are marked *