ແຈ້ງການເປີດນຳໃຊ້ໂທລະສັບສາຍດ່ວນ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໝາຍເລກ 1525

ຫ້ອງການ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂໍຖືເປັນກຽດແຈ້ງການມາຍັງ ທ່ານ ຊາບວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈະໄດ້ເປີດການນໍາໃຊ້ໂທລະສັບສາຍດ່ວນ
ຫມາຍເລກ 1525 ຢ່າງເປັນທາງການ ເພື່ອຮັບເອົາຄໍາຄິດເຫັນ, ຄໍາຮ້ອງ, ຄໍາສະເຫນີ, ຂໍ້ຂ້ອງໃຈ, ການຕໍານິຕິຊົມ ແລະ ບັນຫາອື່ນໆ ຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ນິຕິບຸກຄົນ, ບຸກຄົນ, ປະຊາຊົນພົນລະ ເມືອງ ຜູ້ປະກອບການຕ່າງໆ ແລະ ອື່ນໆ ຕໍ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານ-ສະມາ ຊິກພັກ ໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ຫ້ອງການ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈຶ່ງແຈ້ງການມາຍັງ ທ່ານ ເພື່ອຊາບ.

.

Leave a Reply

Your email address will not be published. Required fields are marked *