“ເດີນທາງປອດໄພເດີນ້ອງໆ ” ຕັ້ງໃຈເຮັດວຽກຫາເງິນມາສ້າງສາຄອບຄົວເຮືອນຊານໃຫ້ມີຊີວິດທີ່ດີຂື້ນ ✌️✌️✌️

ພາບບັນຍາກາດການເດີນທາງຂອງແຮງງານທີ່ໄປເຮັດວຽກຢູ່ປະເທດເກົາຫລີໂດຍຜ່ານລະບົບອະນຸຍາດການຈ້າງງານ(E-9), ສູນບໍລິການຈັດຫາງານ ໄດ້ຈັດສົ່ງ ແຮງງານຈຳນວນທັງຫມົດ 76 ຄົນເດີນທາງໃນວັນທີ່ 28. 4. 2022 ທີ່ສະຫນາມບິນວັດໄຕ.

.

ຂັ້ນການກວດກາຂອງສູນບໍລິການຈັດຫາງານໃນສະຫນາມບິນມີຄື: ການກວດກະເປົາສຳພາລະຂອງແຮງງານວ່າມີການນຳສິ່ງຕ້ອງຫ້າມໄປນຳຫລືບໍ່ ຫລື ສິ່ງຂອງທີ່ຕ້ອງໄດ້ແຈ້ງລ່ວງຫນ້າຢູ່ສະຫນາມບິນຕົ້ນທາງມີຫຍັງແນ່, ການຝຶກອົບຮົມກ່ອນຂື້ນໄປດ່ານກວດຄົນອອກເມືອງ(ການຕິດຕັ້ງແອພຕ່າງໆທີ່ທາງເກົາຫລີໃຫ້ຕິດຕັ້ງລ່ວງຫນ້າ, ຄວາມຮູ້ຮອບຕົວຕ່າງໆທີ່ຈຳເປັນຕໍ່ກັບແຮງງານທີ່ຫາກໍຂື້ນຍົນເປັນຄັ້ງທຳອິດ ) ,

ພ້ອມທັງ ຫວັງວ່າຈະເຫັນຊາວຫນຸ່ມລາວ ຈຳນວນຫລາຍທີ່ກຳລັງຊອກວຽກມາສະຫມັກ ແລະ ເດີນທາງໄປເຮັດວຽກຢູ່ເກົາຫລີໂດຍຜ່າລະບົບອະນຸຍາດການຈ້າງງານໃນຈຳນວນທີ່ຫລາຍຂື້ນເລື້ອຍໆ.

ໂດຍ: ຂ່າວສານແຮງງານແລະ ສະຫວັດດິການສັງຄົມ
