ອຸບັດຕິເຫດລົດ 22 ລໍ້ ເສຍລັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່01ຄົນ, ບາດເຈັບ 1 ຄົນ
ໃນວັນທີ 02 ພຶດສະພາ 2022 ເວລາ 10:47ນາທີ ໄດ້ຮັບແຈ້ງຈາກເຈົ້າຫນ້າທີ່ຕຳຫລວດຜ່ານເບີ 0711625 ວ່າມີອຸບັດຕິເຫດລົດບັນທຸກ22ລໍ້ເສຍລັກປີ້ນລົງຂ້າງທາງຢູ່ເສັ້ນທາງບ້ານປົງດົງ ເມືອງນານ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີເພດຍິງ 1 ຄົນ ແລະ ຜູ້ບາດເຈັບເພດຊາຍ 1.

-ຜູ້ທີ່01 (ເພດຊາຍ)ມີບາດແຜເລີ້ນໃຫຍ່ຢູ່ແຂນເບື້ອງຊ້າຍແລະມີບາດແຜເລີ້ນຕາມເລົາຄີງແລະຂາ
-ຜູ້ທີ່02 (ເພດຍິງ) ແມ່ນເສຍຊີວິດຄາທີ ຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດຊື່ ນາງທີວີ ອາຍຸ 17 ປີ ບ້ານຢູ່ປັດຈຸບັນຢູ່ບ້ານສາມກາງ ເມືອງແບງ ແຂວງອຸດົມໄຊ

ດັ່ງນັ້ນທີມງານກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງຜູ້ບາດເຈັບໄປໂຮງຫມໍແຂວງຫລວງພະບາງ.

ສ່ວນຜູ້ເສຍຊີວິດທີມງານໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ🙏🙏🙏🙏🙏🙏

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625
#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ
🚑050110001513810001🚑(ບັນຊີທະນາຄານການຄ້າ)
ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑
👉0300600010001027🚑(ບັນຊີທະນາຄານພັດທະນາລາວ)
#ຊື່ບັນຊີLAO RED CROSS LUANGPHABANG – PROVINCE RESCUE🚑ຕິດຕໍ່ເຂົ້າເບີ 071 1625🚑
