ວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງີນແຂວງ, ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ ຕ່າງໜ້າກ່າວຮັບໂດຍແມ່ນທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນີກວິຊາຊີບແບບປະສົມແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບລົດຈັກຄັ້ງນີ້ແມ່ນໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮີບເປັນຂອງລັດ,ທີ່ມີການເປ້ເຟ ເປັນໂຄງເຫຼັກເສດ ແລະ ອິງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ,ດັ່ງນັ້ນພະແນກການເງິນແຂວງອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ. ເພື່ອໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໜູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສືກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ,ທັງນີ້ກໍ່ເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ-ໄວ້ໜຸມພາຍໃນແຂວງອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ .
ຂ່າວ ພາບ: ໄຊຈະເລີນ