7 ວັນທົ່ວປະເທດ ມີອຸບັດເຫດເກີດ ຂຶ້ນ 312 ກໍລະນີ ເສຍຊີວິດ 35 ຄົນ

ໃນວັນທີ 18 ເມສາ 2022, ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫລວດຈະລາ ຈອນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວວ່າ: ໃນໄລຍະ 7 ວັນ ແຕ່ວັນທີ 11-17 ເມ ສາ 2022 ທີ່ຜ່ານມາ ກໍຄືໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ທົ່ວປະເທດ ມີອຸບັດ ເຫດເກີດຂຶ້ນທັງໝົດ 312 ກໍລະ ນີ ທຽບໃສ່ໄລຍະດຽວກັນຂອງປີ 2021 ຜ່ານມາ ອຸບັດເຫດແມ່ນຫລຸດລົງ 7,69%, ມີພາຫະນະເປ່ເພ 545 ຄັນ, ທຽບໃສ່ປີຜ່ານມາຫລຸດລົງ 10,65%, ມີຜູ້ໄດ້ຮັບບາດເຈັບ 552 ຄົນ, ທຽບໃສ່ປີຜ່ານມາຫລຸດລົງ 3,32% ແລະ ມີຜູ້ເສຍຊີວິດຈາກອຸບັດຕິເຫດທັງໝົດ 35ຄົນ, ທຽບໃສ່ປີ 2021 ຫລຸດລົງ 20,45%.

ສຳລັບ ແຂວງທີ່ເກີດອຸບັດເຫດຫລາຍກວ່າໝູ່ມີ 3 ອັນດັບດັ່ງນີ້: ອັນດັບທີ 1 ນະຄອນຫລວງວຽງຈັນ 45 ກໍລະນີ, ອັນດັບທີ 2 ແຂວງວຽງຈັນ 39 ກໍລະນີ ແລະ ອັນດັບທີ 3 ແຂວງຈຳປາສັກ 38 ກໍລະນີ. ນອກຈາກນີ້, ແຂວງທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ມີ 5 ອັນດັບ 1. ນະຄອນຫຼວງວຽງຈັນ 8 ຄົນ, 2. ແຂວງຈຳປາສັກ 6 ຄົນ, 3. ແຂວງໄຊຍະບູລີ 5 ຄົນ, 4. ນະຄອນຫລວງພະບາງ 4 ຄົນ ແລະ ແຂວງວຽງຈັນ 4 ຄົນ, 5. ແຂວງ ສາລະວັນ 2 ຄົນ.

ທ່ານ ພັອ ກົງສີ ສຸວັນນະຕຸ້ມ ໄດ້ກ່າວຕື່ມວ່າ: ສາເຫດທີ່ພາໃຫ້ເກີດອຸບັດຕິເຫດສ່ວນຫລາຍ ແມ່ນເກີດມາຈາກການໃຊ້ຄວາມໄວເກີນກຳນົດ, ຮອງລົງມາແມ່ນເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ, ປ່ຽນທິດທາງຢ່າງກະທັນຫັ້ນ ແລະ ກໍລະນີອື່ນໆ. ດັ່ງນັ້ນ, ຂ້າພະເຈົ້າ ຢາກຂໍໃຫ້ນັກຂັບຂີ່ທັງຫລາຍເອົາໃຈໃສ່ປະ ຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ມີສະຕິໃນການຂັບຂີ່ຍານພາຫະນະທຸກຊະນິດ, ທີ່ສຳຄັນຖ້າທ່ານດື່ມສິ່ງມຶນເມົາແລ້ວບໍ່ຄວນຂັບລົດຢ່າງເດັດຂາດ. ທັງນີ້ກໍເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ຜູ້ທີ່ໃຊ້ລົດໃຊ້ຖະໜົນ.

ຂ່າວ: ສຸກສະຫວັດ, ພາບ: ເກດສະໜາ

Leave a Reply

Your email address will not be published. Required fields are marked *