ກັກຕົວຜູ້ຄ້າຂາຍຢາບ້າ ພ້ອມຂອງກາງຢາບ້າ 10,000 ເມັດ

16 ໂມງ 40 ນາທີ ຂອງວັນທີ 12 ເມສາ 2022 ປກສ ກຸ່ມ 3 ສີໄຄ ສົມທົບກັບ ປກສ ກຸ່ມ 6 ໜອງໜ້ຽວ ຈັບເປົ້າໝາຍ ຄ້າຂາຍ ຢາເສບຕິດ ຊື່ທ້າວ ເຕິ້ນ ອາຍຸ 38 ປີ ຫວ່າງງານ ບ້ານໜອງໜ້ຽວ ເມືອງສີໂຄດ ນະຄອນຫລວງວຽງຈັນ,ຢູ່ສາມແຍກໄຟແດງ ດົງນາທອງ ພ້ອມຢາບ້າ 5 ມັດ ຫລື 10,000 ເມັດ, ຄົ້ນຕົວພົບເຫັນປືນສັ້ນ 01 ກະບອກ ພ້ອມລູກກະສູນ 05 ລູກ, ໂທລະສັບ 02 ໜ່ວຍ ທີ່ກວດພົບເຫັນຢູ່ພາຍໃນລົດເກັງຮຸນໄດເອັກເຊັນບູ ສີຂາວ 01 ຄັນ ໝາຍເລກທະບຽນ ກຕ 7010 ກຳແພງນະຄອນ

ຈາກນັ້ນ ໄດ້ສືບຕໍລົງກວດຢູ່ເຮືອນຂອງທ້າວ ເຕິ້ນ ໄດ້ພົບເຫັນເປົ້າໝາຍເສບຢາເສບຕິດ 1 ຄົນ ຊື່ທ້າວ ເກມ ຢູ່ປະຈຸບັນຢູ່ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ

ຜ່ານການສອບສວນ ທ້າວເກມ ຮັບສາລະພາບວ່າ: ຕົນໄດ້ເລີ່ມພົວພັນເສບຢາໃນຕົ້ນເດືອນມັງກອນປີ 2022 ຍ້ອນໝູ່ຄູ່ຊັກຊວນເສບຢາບ້າ ຕົກມາຮອດວັນທີ 12 ເມສາ 2022 ຕົນເອງໄດ້ອອກໄປຢາມພໍ່ຕູ້ ຢູ່ບ້ານໜອງໜ້ຽວ ຮອດເວລາ 17 ໂມງ 30 ນາທີ ເຈົ້າໜ້າທີໄດ້ລົງມາກວດຄົ້ນເຄຫະສະຖານ ທ້າວ ເຕີ້ນ ຈິງຖືກເຈົ້າໜ້າທີ່ຈັບຕົວ ເຄື່ອງກາງໂທລະສັບ 01 ໜ່ວຍ

ປັດຈຸບັນ ຄະດີດັ່ງກ່າວ ປກສ ກຸ່ມ 3 ສີໄຄ ສົ່ງຕົວ ພວກກ່ຽວທັງສອງ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຕາມຂັ້ນຕອນກົດໝາຍ.

.

Leave a Reply

Your email address will not be published. Required fields are marked *