ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກູມຜູ້ລັກລອບຂົນສົ່ງຢາເສບຕິດປະເພດ ຢາບ້າຈໍານວນ 1.600 ກວ່າມັດ ແລະ ຢາໄອສ໌ 500 ກວ່າຫໍ່ ພ້ອມດ້ວຍຜູ້ຕ້ອງຫາ 1 ຄົນ ແລະ ລົດ 2 ຄັນ ເມື່ອມໍ່ໆມານີ້.

ພັທ ທອງໄຫຼ ເພັດດາວົງ ຫົວໜ້າ ປກສ ເມືອງຫົງສາ ແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ ປກສ ເມືອງຫົງສາ ໄດ້ຮັບການລາຍງານຈາກພື້ນຖານວ່າຈະມີການລັກລອບຂົນສົ່ງຢາເສບຕິດ ຈຳນວນຫຼາຍຜ່ານເມືອງ ຫົງສາ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ວາງກຳລັງສະກັດກັ້ນຕາມເສັ້ນທາງຕ່າງໆ, ມາຮອດເວລາ 12:00 ໂມງ ຂອງວັນ ທີ 11 ເມສາ 2022 ໄດ້ພົບເຫັນລົດວິໂກ້ ກວ 5869 ກຳແພງນະຄອນຈຶ່ງໄດ້ສະກັດກວດຄົ້ນລົດຄັນດັ່ງກ່າວໂດຍໄດ້ພົບເຫັນຢາບ້າຈໍານວນ 513 ຫໍ່ ນໍ້າໜັກ 380 ກິໂລກຼາມ ແລະ ຢາໄອສ໌ 514 ຫໍ່ ນໍ້າຫນັກ 534 ກິໂລກຼາມ ແລະ ໄດ້ກັກຕົວ ທ້າວ ເສແພງ ລີຢົງວ່າງ ພະນັກງານບໍລິສັດ ລາວໂທລະຄົມ (ຫຼວງນໍ້າທາ) ຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນໍ້າທາ.

ພາຍຫຼັງທີ່ເຈົ້າໜ້າທີ່ສືບສວນ-ສອບສວນ ທ້າວເສແພງ ລີຢົງວ່າງ ຜູ້ກ່ຽວສາລະພາບວ່າ: ໄດ້ຮ່ວມກັນກັບໝູ່ ທີ່ກຳລັງຫຼົບໜີ ໃນການຂົນຢາບ້າໃນຄັ້ງນີ້. ພາຍຫຼັງມີຂໍ້ມູນກ່ຽວກັບຜູ້ຮ່ວມຂະບວນການຈຶ່ງໄດ້ຊອກໄລ່ຈັບ. ມາຮອດວັນທີ 12 ເມສາ 2022 ເວລາ 11:00 ໂມງ ພົບເຫັນລົດກະບະຣິໂວ້ ທີ່ຈອດຖິ້ມໄວ້ໃນປ່າ ກລ 6328 ກຳແພງນະຄອນ ແລະ ໄດ້ກວດຄົ້ນພົບເຫັນຢາບ້າ 21 ເປົາ ນຳ້ໜັກ 521 ກິໂລກຼາມ ແລະ ບໍ່ພົບເຫັນຜູ້ຂັບຂີ່ລົດຄັນດັ່ງກ່າວ.

ປັດຈຸບັນນີ້, ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນ ຫາແຫຼ່ງທີ່ມາຂອງຢາເສບຕິດດັ່ງກ່າວ ລວມທັງເລັ່ງຕິດຕາມຜູ້ຮ່ວມຂະບວນການທີ່ກໍາລັງຫຼົບໜີ.

ຂໍ້ມູນ-ພາບ: ວິທະຍຸເມືອງຫົງສາ

Leave a Reply

Your email address will not be published. Required fields are marked *