ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0444/ອຄ,ລົງວັນທີ 8 ເມສາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງການປັບລົງຄັ້ງນີ້ ປັບລົງນ້ຳມັນແອັດຊັງພິເສດ 780 ກີບ/ລິດ, ແອັດຊັງທຳມະດາ ປັບລົງ 660 ກີບ/ລິດ ແລະ ກາຊວນ ປັບລົງ 360 ກີບ/ລິດ.

ຕົວຢ່າງ: ຢູ່ນະຄອນຫຼວງວຽງຈັນລາຄາເກົ່າ: ແອັດຊັງພິເສດ 20.370 ກີບ, ໃໝ່ 19.590 ກີບ/ລິດ.ລາຄາເກົ່າ: ແອັດຊັງທຳມະດາ 17.830 ກີບ ໃໝ່ 17.170 ກີບ/ລິດ.ລາຄາເກົ່າ: ກາຊວນ 17.120 ກີບ ໃໝ່ 16.760 ກີບ/ລິດ
