ຫວ່າງບໍ່ດົນມານີ້ ທີ່ສະໜາມຂີ້ເຫຍື້ອບ້ານຊອກ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍສິນຄ້າຫ້າມນໍາເຂົ້າ ໂດຍມີ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ອຸ່ນຄຳ ຜິວພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນໄກສອນ ພົມວິຫານ, ທ່ານ ພັທ ທອງດຳ ເລື່ອນແສນດີ ຫົວໜ້າກອງບັນຊາການ ປກຊ ນະຄອນໄກສອນ ພົມວິຫານ, ມີຮອງຫົວໜ້າຫ້ອງວ່າການ ນະຄອນໄກສອນ ພົມວິຫານ ແລະ ພະນັກງານວິຊາການສາຍກວດເຈົ້າໜ້າທີ່ກະສິກຳ ແລະ ປ່າໄມ້ ນະຄອ ໄກສອນ ພົມວິຫານ ເຂົ້າຮ່ວມ.

ທ່ານ ພູສອນ ບຸນມາວັນ ຫົວໜ້າຈຸສາຍກວດເຈົ້າໜ້າທີ່ກະສິກຳ-ປ່າໄມ້ ນະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ພວກເຮົາ ໄດ້ລົງກວດກາໃນຕະຫຼາດສະຫວັນໄຊ ຊຶ່ງສາມາດຢຶດສິນຄ້ານຳເຂົ້າບໍ່ຖືກຕ້ອງ ປະເພດຊິ້ນສ່ວນໝູແຊ່ແຂງ ມາແຕ່ປະເທດຫວຽດນາມ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ, ນໍ້າໜັກ 477 ກິໂລ ໃນນັ້ນມີ:

ຊີ້ນໝູ 227 ກິໂລ, ຕັບໝູ 30 ກິໂລ, ໜັງໝູ 52 ກິໂລ, ປອດໝູ 35 ກິໂລ, ກະດູດຂ້າງໝູ 60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ ຊຶ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນຊື່ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ທີ່ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຊຶ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.
ການທໍາລາຍຊິ້ນສ່ວນໝູແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດອະຫິວາໝູອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ບໍ່ໃຫ້ປະຊາຊົນບໍລິໂພກຜະລິດຕະພັນຊີ້ນໝູທີ່ບໍ່ໄດ້ມາດຖານດັ່ງກ່າວ ຊຶ່ງເປັນສິນຄ້າປະເພດເຄື່ອງເກືອດຫ້າມ ໂດຍບໍ່ອະນຸຍາດໃຫ້ເຄື່ອນຍ້າຍສັດ-ຜະລິດຕະພັນສັດຊີ້ນໝູນໍາເຂົ້າມາພາຍໃນແຂວງ ກໍຄືນະຄອນໄກສອນ ພົມວິຫານ.
ຂ່າວ-ພາບ: ສະຫວັນນະເຂດ
