ອີງຕາມການລາຍງານ ຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວັນທີ 4 ເມສາ 2022 ນີ້ໃຫ້ຮູ້ວ່າ:
ການພັດທະນາ ແລະ ນໍາໃຊ້ໂຄງລ່າງພື້ນຖານເຕັກນິກ ທີ່ມີລັກສະນະຍຸດທະສາດຂອງຊາດ ໄດ້ຮັບການຂະຫຍາຍ ແລະ ຍົກລະດັບພື້ນຖານເຕັກນິກລວມສູນລະບົບສື່ສານຜ່ານປະຕູດຽວ ຢູ່ສູນອິນເຕີເນັດຫ່ງຊາດ;
ສ້າງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ເພື່ອສະກັດກັ້ນ ແລະ ປ້ອງກັນໄພຄຸກຄາມ ທາງໄຊເບີ ແລະ ອິນເຕີເນັດ;
ສໍາເລັດການສ້າງແລະ ທົດລອງນໍາໃຊ້ລະບົບອອກຮັບຮອງເອເລັກໂຕຣນິກແຫ່ງຊາດ ເພື່ອຢັ້ງຢືນ ແລະ ກວດສອບຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະສານເອເລັກໂຕຣນິກ ເພື່ອຮັບປະກັນການນໍາໃຊ້, ການບໍລິການອອນລາຍ ທີ່ມີມາດຕະຖານເຕັກນິກ ແກ່ທຸກຂະແໜງການ ໂດຍສະເພາະຂະແໜງການເງິນ, ການທະນາຄານ, ອຸດສາຫະກໍາ ແລະ ການຄ້າ; ໄດ້ສໍາເລັດການສ້າງ ແລະ ໃຫ້ບໍລິການສູນຂໍ້ມູນດີຈີຕອນ ແກ່ພາກລັດ ແລະ ເອກະຊົນ ທີ່ປອດໄພສູງ;

ສໍາເລັດການສ້າງລະບົບຫ້ອງການທັນສະໄໝ, ລະບົບອີເມວ ແລະ ກອງປະຊຸມທາງໄກສໍາລັບພາກລັດ; ສ້າງສູນຮຽນຮູ້ ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈຸດທົດລອງ 3 ສ້າງ ແຂວງໄຊສົມບູນ ເປັນສູນຂໍ້ມູນຕົວແບບ; ສໍາເລັດການສ້າງສະຖານີກວດກາຄື້ນຄວາມຖີ່ວິທະຍຸ ສື່ສານ ແບບບໍ່ມີຄົນປະຈໍາຢູ່ 3 ຈຸດ, ໄດ້ອະນຸຍາດໃຫ້ບັນດາບໍລິສັດໂທລະຄົມ ທົດລອງນໍາໃຊ້ລະບົບ 5G ເພື່ອກຽມຄວາມພ້ອມແກ່ການຫັນປ່ຽນເສດຖະກິດດີຈີຕອນ ແລະ ອຸດສາຫະກໍາ 4.0 ຕາມທິດກ້າວໃຫ້ທັນສະໄໝ ແລະ ສໍາເລັດວຽກງານອື່ນໆ.
ໃນໄລຍະ 5 ປີຂະແໜງການເຕັກໂນໂລຊີ ສ້າງລາຍຮັບທັງແບບທາງກົງແລະທາງອ້ອມ 2016-2020 ປະຕິບັດໄດ້ 18.152 ຕື້ກວ່າກີບ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 50%, ໃນນີ້ ມອບພັນທະເຂົ້າງົບປະມານລັດໄດ້ 4.209 ຕື້ກວ່າກີບ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 16%, ໃນນັ້ນ ລາຍຮັບທາງກົງ 526,75 ຕຶ້ກວ່າກີບ.
ພິເສດ ໄດ້ສ້າງລາຍຮັບການເຮັດທົດລອງທຸລະກໍາຊັບສິນດີຈີຕອນ ຈໍານວນ 2.500.000 ໂດລາສະຫະລັດ.
