ເປັນຄັ້ງທຳອິດທີ່ຜົນຜະລິດກະສິກຳຂອງໄທຈຳນວນ 60 ໂຕນ ຖືກຂົນສົ່ງຈາກນະຄອນຫຼວງວຽງຈັນ ໄປຍັງພາກຕາເວັນຕົກສຽງໃຕ້ຂອງຈີນໂດຍຜ່ານທາງລົດໄຟລາວ-ຈີນ.

ໝາກທຸລຽນ 40 ໂຕນ ແລະ ໝາກພ້າວອີກ 20 ໂຕນ ຖືກຂົນສົ່ງຈາກໄທມາເຖິງນະຄອນຫຼວງວຽງຈັນ ແລະ ຖືກຂົນສົ່ງຈາກສະຖານີລົດໄຟວຽງຈັນໃຕ້ຂອງເສັ້ນທາງລົດໄຟລາວ-ຈີນ ໄປຍັງສະຖານີນາເຕີຍ ແຂວງຫຼວງນໍ້າທາ, ຊຶ່ງມີຊາຍແດນຕິດກັບມົນທົນຢູນນານ ທາງຕາເວັນຕົກສຽງໃຕ້ຂອງຈີນ ເມື່ອວັນສຸກ ທີ 1 ເມສາ ຜ່ານມາ.

ມີລາຍງານ ໂດຍອ້າງຂໍ້ມູນຈາກສຳນັກຂ່າວຊິນຫົວ ເມື່ອວັນທີ 3 ເມສາ 2022 ວ່າ ໝາກໄມ້ຊຸດນີ້,ຖືກເຄື່ອນຍ້າຍຈາກລົດໄຟໄປໃສ່ລົດບັນທຸກໃນສະຖານີນາເຕີຍ ຊຶ່ງຢູ່ຫ່າງຈາກວຽງຈັນໄປທາງເໜືອປະມານ 360 ກິໂລແມັດ ແລະ ຂ້າມຊາຍແດນໄປຍັງປະເທດຈີນ ໂດຍຜ່ານທາງຖະໜົນ. ທັງນີ້, ນັບເປັນຄັ້ງທຳອິດທີ່ສິນຄ້າກະສິກຳຂອງໄທຖືກຂົນສົ່ງໄປສູ່ ສປ ຈີນ ໂດຍຜ່ານລົດໄຟລາວ-ຈີນ.

ລາຍງານດຽວກັນໃຫ້ຮູ້ຕື່ມວ່າ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການບໍລິການທາງລົດໄຟລາວ-ຈີນ ໃນສ່ວນຂອງລາວ, ຄາດການວ່າຈະໄດ້ຂົນສົ່ງສິນຄ້າຈາກໄທໄປຍັງຈີນ, ລວມເຖິງຢຸໂຣບ ຜ່ານທາງລົດໄຟຂ້າມຊາຍແດນໃນອະນາຄົດ ແລະຢໍ້າເຖິງຄວາມສຳຄັນຂອງທາງລົດໄຟລາວ-ຈີນ ທີ່ມີບົດບາດຕໍ່ການຂັບເຄື່ອນການພັດທະນາເສດຖະກິດໃນລະດັບພູມີພາກ.

Leave a Reply

Your email address will not be published. Required fields are marked *