ເກີດແຜ່ນດິນໄຫວ 1.3 ຣີກເຕີ ໃນບໍລິເວນແຂວງບໍ່ແກ້ວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 03 ເມສາ 2022 ໃນເວລາ 23:37 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ

ເຊິ່ງຈຸດເກີດເຫດຢູ່ທີ່ບ້ານສີດົງຄູນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.249 ອົງສາເໜືອ ແລະ ເສັ້ນແວງທີ 102.124 ອົງສາຕາເວັນອອກ ດ້ວຍຄວາມ ແຮງສັ່ນສະເທືອນວັດແທກໄດ້ 1.3 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນ ປະມານ 03 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງຕົ້ນເຜິ້ງ ປະມານ 11 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

.

Leave a Reply

Your email address will not be published. Required fields are marked *