ຜົນງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ ແຂວງວຽງຈັນ

ວັນທີ 29 ມີນາ 2022 ຜ່ານມານີ້ ກອງບັນຊາການ ປກສ ແຂວງວຽງຈັນ ຈັດກອງປະຊຸມການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ I ຂື້ນ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ບັນດາຫ້ອງ,ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ

ທ່ານ ພັທ ຄໍາຟອງ ວົງດາລາແສນ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຂື້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ວ່າ: ພາຍຫຼັງມີການຈັດຕັ້ງເຜີຍແຜ່ຄຳສັ່ງເລກທີ 02 ຂອງກົມການເມືອງສູນກາງພັກ, ມະຕິ 04 ຂອງສະພາແຫ່ງຊາດ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ, ຄໍາສັ່ງຂອງທ່ານ ເຈົ້າແຂວງໆວຽງຈັນ ສະບັບເລກທີ 019/ຈຂວຈ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງວຽງຈັນ 695 , 722 /ປສຂຈ ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ 11 ເມືອງ,

ໃນການຈັດຕັ້ງປະຕິບັດບັນດາຄຳສັ່ງ, ຄຳແນະນຳ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງ ກໍ່ເພື່ອເປັນການກວດກາ, ເກັບກຳພື້ນທີ່, ຈຸດຂ້າມລອຍ, ຈຸດຫຼໍ່ແຫຼມ ແລະ ບັນດາເປົ້າໝາຍ, ພ້ອມທັງໄດ້ສັງລວມໃນເບື້ອງຕົ້ນ ເພື່ອລາຍງານໃຫ້ຄະນະຮັບຜິດຊອບເປັນແຕ່ລະໄລຍະ ແລະ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຍຸຕິທຳ ເຈົ້າໜ້າທີ່ ແມ່ນໄດ້ອີງຕາມ 3 ຫຼັກການ ຄື: ດັດຂາດ, ໂປ່ງໃສ ແລະ ມືອາຊີບ ທີ່ໄດ້ລະບຸໄວ້ ໃນເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,

ພາຍຫຼັງຈັດຕັ້ງປະຕິບັດມາແຕ່ເດືຶອນຕຸລາ 2021 ເຖິງປະຈຸບັນ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 137 ເລື່ອງ ກັກຜູ້ຖືກຫາໄດ້ 178 ຄົນ, ຍິງ 16 ຄົນ ສາມາດຢືດຂອງກາງຢາເສບຕິດ ປະເພດຢາບ້າໄດ້ຈໍານວນ 3,603,091 ເມັດ, ຢາໄອສ 25 ກິໂລກຣາມ, ລົດໃຫຍ່ ຈໍານວນ 5 ຄັນ, ລົດຈັກ 13 ຄັນ, ໂທລະສັບ 52 ເຄື່ອງ, ເງີນກີບທະນາຄານ 5,430,000 ກີບ, ເງີນບາດໄທ 12,250 ບາດ, ເງີນໂດລາ 304 ໂດລາ.

ດັ່ງນັ້ນ ເພື່ອເຮັດໃຫ້ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ກາຍເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ທ່ານ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ຮຽກ ຮ້ອງມາຍັງປະຊາຊົນຊາວແຂວງວຽງຈັນ ຈົ່ງໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ພ້ອມທັງຊ່ວຍເປັນຫູເປັນຕາຕໍ່ເຈົ້າໜ້າທີ່ໃນການປາບປາມ, ແກ້ໄຂບັນຫາຢາເສບຕິດພາຍໃນແຂວງ ທັງໝົດນັ້ນ ກໍເພື່ອເຮັດໃຫ້ແຂວງ, ເມືອງ, ບ້ານ ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປາສະຈາກສິ່ງເສບຕິດ.

ພາບ-ຂ່າວ: ປກສ ແຂວງວຽງຈັນ, ທອງສີ

Leave a Reply

Your email address will not be published. Required fields are marked *