ຍິນດີກັບແຮງງານຊາວລາວ🇱🇦 ໄດ້ເດີນທາງເຂົ້າໄທກຸ່ມທຳອິດເລີ່ມຂຶ້ນແລ້ວທີ່ດ່ານໜອງຄາຍ.

.

📢ແຮງງານລາວເຂົ້າໄປເຮັດວຽກທີ່ປະເທດໄທ ໃນລະບົບແຮງງານນຳເຂົ້າMOU ສັນຊາດລາວກຸ່ມທຳອິດຈຳນວນ 236 ຄົນໄດ້ເດີນທາງຂ້າມຮອດໄທແລ້ວ ຜ່ານດ່ານພົມແດນຂົ້ວມິດຕະພາບໄທ-ລາວ ແຫ່ງທີ່1 ຈັງຫວັດໜອງຄາຍ ເມື່ອເວລາ 09:30 ນາທີ ວັນທີ 28 ມີນາ 2022 ນີ້.

.

.

👉ໂດຍແຮງງານທຸກຄົນກ່ອນຈະຜ່ານດ່ານກວດຄວບຄຸມໂລກຕິດຕໍ່ລະຫວ່າງປະເທດ ຕ້ອງມີການກວດວັດອຸນຫະພູມ,ກວດສອບເອກະສານຫລັກຖານຢືນຢັນການຮັບວັກຊີນ ແລະ ຜົນກວດATK/RT-PCR ບໍ່ເກີນ 72 ຊົ່ວໂມງ ຈາກປະເທດຕົ້ນທາງ

.

ຈາກນັ້ນກໍຜ່ານຂັ້ນຕອນຂອງກວດຄົນເຂົ້າເມືອງ ທີ່ມີການຈັດເກັບຂໍ້ມູນແຮງງານຕ່າງດ້າວ ກວດລົງກາປະທັບ ແລະ ກວດຫນັງສືເດີນທາງ ສ່ວນດ່ານສຸລະກາກອນ ກໍໄດ້ມີການກວດ X-Ray ກະເປົ໋າສຳພາລະ ແລະ ຈຸດສຸດທ້າຍ ກໍ່ໄດ້ມີການຜ່ານການກວດຂອງສູນແລກຮັບ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ອນທີ່ແຮງງານທັງໝົດ ຈະກັກຕົວຕາມສະຖານທີ່ ທີ່ຜູ້ປະກອບການ ຫຼື ນາຍຈ້າງໄດ້ເລືອກໄວ້.

.

ພາບ: จุมพล สายแวว

Leave a Reply

Your email address will not be published. Required fields are marked *