ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ແລງວັນທີ 20 ມີນາ 2022 ເກີດເຫດສະຫຼົດ. ມີການແທງກັນເສຍຊີວິດ ທີ່ ເຂດບ້ານວຽງໃໝ່, ນະຄອນ ຫຼວງພຣະບາງ ແຂວງຫຼວງພະບາງ.

ຂໍ້ມູນເບື້ອງຕົ້ນ, ຊາຍທັງສອງແມ່ນພີ່ນ້ອງກັນ ແລະ ມີການຜິດຖຽງ, ເຊິ່ງຜູ້ຖືກແທງໄດ້ ປະທະໂຕ້ຖຽງກັນ, ແຕ່ຄູ່ກໍລະນີມີມີດເຊື່ອງໄວ້ໃນມື. ຈິ່ງໄດ້ລົງມືແທງ.

ພ້ອມດຽວກັນນີ້ ກໍ່ມີຜູ້ເຈັບສາຫັດອີກ 1 ຄົນ ທີ່ເປັນພໍ່ຂອງຜູ້ເສຍຊີວິດ, ທີ່ພະຍາຍາມຈະມາຫ້າມທັງສອງຄົນ. ເຊິ່ງໄດ້ຮັບບາດເຈັບໜັກ.

ຜູ້ຕາຍ 👇

ຜູ້ແທງ 👇

ປະຈຸບັນ, ທາງເຈົ້າໜ້າທີ່ໄດ້ກັກຕົວຜູ້ກໍ່ເຫດໄປດໍາເນີນການສືບສວນຕາມຂັ້ນຕອນຂອງກົດໝາຍ

.

Leave a Reply

Your email address will not be published. Required fields are marked *