ພົນລະເມືອງດີປະຕິບັດພັນທະຂອງຕົນ ຈັບຄົນຍາດຊີງຊັບ ຢູ່ຖະໜົນຄູວຽງໜ້າສູນການຄ້າວຽງຈັນເຊັນເຕີ
ຈັບໂຈນດຶງສາຍຄໍຄໍາໜ້າ ວຽງຈັນເຊັນເຕີ 18 ມີນາ 2022 pic.twitter.com/O96d55NQP1
— Stories Today (@SStoriesToday) March 19, 2022
ຈາກສື່ສັງຄົມອອນລາຍເຟັສບຸກ ມີເຫດການຍາດຊີງຊັບ ຂອງພົນລະເມືອງ ເກີດຂື້ນໃນເວລາ 15 ໂມງ ຂອງວັນທີ 18 ມີນາ 2022 ຢູ່ທີ່ຖະໜົນຄູວຽງ ໜ້າສູນການຄ້າວຽງຈັນເຊັນເຕີ ໃນຄະນະກຳລັງຍ່າງຂ້າມທາງ ມີຄົນຮ້າຍຂັບຂີ່ລົດຈັກຍີ່ຫຍໍ້ຊູຊູກີ ສີຂາວ ຄັນໝາຍເລກ ຍມ 6188 ສວນທາງມາແລ້ວຍາດດຶງສາຍຄຳຂອງນາງ ນໍວ່າງຍົງປໍ ປະຊາຊົນ ບ້ານສີລາເລກ ເມືອງເງິນ ແຂວງຫຼວງພະບາງ ພາຍຫຼັງເກີດເຫດ ພົນລະເມືອງດີຫຼາຍຄົນເຂົ້າສະກັດກັ້ນຈັບກຸມຜູ້ກະທຳຜິດເຊີ່ງໜ້າ ນຳສົ່ງເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ດຳເນີນຄະດີຕາມກົດໝາຍ.

ຕາມການລາຍງານຂອງ ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ບອກວ່າ: ພາຍຫຼັງພົນລະເມືອງດີນຳສົ່ງມອບຕົວຜູ້ຖືກຫາ ກໍໄດ້ທຳການສືບສວນ-ສອບສວນເບື້ອງຕົ້ນ ຊາບຊື່ທ້າວ ພະນົມພອນ ອາຍຸ 30 ປີ ອາຊີບພະນັກງານ ບ້ານໂພນສະຫວາດ ເມືອງສີໂຄດຕະບອງ ນວ. ເຊີ່ງຜູ້ກ່ຽວໃຫ້ການວ່າ ໃນມື້ເກີດເຫດເວລາ 15:00 ໂມງ ຂອງວັນທີ 18 ມີນາ 2022 ທ້າວ ພະນົມພອນ ກໍໄດ້ຂັບຂີ່ອອກຈາກບ້ານ ເລາະໄປຕາມຖະໜົນ ພໍຮອດໜ້າສູນການຄ້າວຽງຈັນເຊັນເຕີ ພົບເຫັນ ເປົ້າໝາຍ ກຳລັງຍ່າງຂ້າມທາງ ຈິ່ງໄດ້ລົງມືຍາດຊິງດຶງສາຍຄໍ ແລະ ຈະເອົາຕົວຫລົບໜີ ໄດ້ມີພົນລະເມືອງດີ ຈຳນວນຫຼາຍຄົນເຂົ້າສະກັດກັ້ນຈັບຕົວ ທ້າວ ພະນົມພອນ ສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງສີສັດຕະນາກ ດຳເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນ ກອ່ນໜ້ານີ້ ໃນ ເດືອນ ມີນາ 2022 ເຄີຍເຄື່ອນໄຫວຍາດຊີງຊັບຜູ້ຍີງນັ່ງຂາຍໝາກເບັງແຄມທາງ ເຂດບ້ານຫອມ ໃຕ້ ເມືອງຫາດຊາຍຟອງ ໄດ້ສາຍຄຳ 1 ບາດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຕັດສິນໃຈໃຫ້ຄວາມຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການເຂົ້າສະກັດກັ້ນຈັບກຸ່ມຜູ້ກະທຳຜິດ ດ້ວຍຄວາມກ້າຫານ ບໍ່ສະທ້ານຢ້ານກວາຕໍ່ເຫດການທີ່ເກີດຂື້ນ ດ້ວຍຄວາມເສຍສະຫລະ ປະກອສ່ວນເຂົ້າໃນວຽກຮັກສາຄວາມສະຫງົບ ຄວາມບໍ່ເປັນຮຽບຮ້ອຍ ຂອງພົນລະເມືອງ ຈິ່ງຮຽກຮ້ອງມາຍັງພົນລະເມືອງທຸກຊັ້ນຄົນ ຈົ່ງປະຕິບັດ ສິດ ແລະ ພັນ ຂອງຕົນມີສ່ວນຮ່ວມ ຖ້າພົບເຫັນເຫດການທີ່ຜິດກົດໝາຍ ແລະ ລະບຽບການ ຂໍໃຫ້ແຈ້ງມາທີ່ເບີ 020 28899774 ຫຼື ເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
