ວັນທີ 18 ມີນາ 2022 ນີ້, ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸ ການ 3 ປະຈຳສະຖານທູດແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງຂ່າວ ໄດ້ສືບຕໍ່ຖະແຫລງຂ່າວກ່ຽວກັບສະພາບໃນປະເທດອູແກຣນ ນັບແຕ່ວັນທີ 24 ເດືອນກຸມພາທີ່ຜ່ານມາ ຮອດປະຈຸບັນ, ເຊິ່ງສະຫະພັນຣັດເຊຍ ໄດ້ດໍາເນີນການເຄື່ອນໄຫວພິເສດທາງທະຫານ.

ທ່ານ ດານິລ ອາ ໂວໂດປີອານອບ ຖະແຫລງອ້າງອີງຈຸດຢືນຂອງຣັດເຊຍ ແຕ່ຫົວທີ ເຊິ່ງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເຄີຍກ່າວວ່າ: ໃນຕອນຕົ້ນຂອງການເຄື່ອນໄຫວພິເສດທາງການທະຫານ ຢູ່ ອູແກຣນ, ຝ່າຍຣັດເຊຍ ໄດ້ສະເໜີຕໍ່ ເຈົ້າໜ້າທີ່ກຽບບໍ່ໃຫ້ປະທະກັນ ແລະ ຖອນທະຫານອອກຈາກ ພາກດອນບາສ,ແຕ່ຖືກປະຕິເສດ, ເຊິ່ງສະແດງໃຫ້ເຫັນວ່າຄວາມເປັນໄປໄດ້ ແລະ ໂອກາດໃນດ້ານການທູດ ໝົດໄປແລ້ວ, ຝ່າຍຣັດເຊຍ ກໍບໍ່ມີທາງເລືອກທີ່ຈະແກ້ໄຂບັນຫາທີ່ເກີດໂດຍສັນຕິ, ພວກເຮົາບໍ່ມີທາງເລືອກອື່ນ
ນອກຈາກການເລີ່ມການເຄື່ອນໄຫວທາງທະຫານພິເສດ. ປັດຈຸບັນ, ຣັດເຊຍ ພວມປະເຊີນໜ້າກັບການໂຈມຕີດ້ານຂໍ້ມູນຂ່າວສານ, ການກໍ່ການຮ້າຍທາງດ້ານຂໍ້ມູນແບບທີ່ບໍ່ເຄີຍມີມາກ່ອນ ຈາກຝ່າຍຕາເວັນຕົກ ລວມທັງຜ່ານແຫລ່ງຊັບພະຍາກອນ ແລະ ຄວາມສາມາດຂອງອູແກຣນ. ຊາວຕາເວັນຕົກ ໄດ້ໃຊ້ ອູແກຣນ ກັບໂຄງສ້າງພື້ນຖານຂອງພວກເຂົາທັງໝົດ ເປັນເຄື່ອງມື, ການໂຈມຕີຄັ້ງນີ້ ແນໃສ່ໃຫ້ປະຊາຄົມໂລກເຂົ້າໃຈຜິດຕໍ່ຣັດເຊຍ ໂດຍອີງໃສ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ໜ້າເຊື່ອຖືຫລາຍຢ່າງ, ເຊິ່ງເປັນ“ຂ່າວປອມ”.
