ພະຍາກອນອາກາດ ປະຈໍາວັນທີ 13 ມີນາ 2022 ເວລາ 7:00 ໂມງ
ຄວາມກົດດັນອາກາດຕໍ່າຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນຕົກພັດ ປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ ພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ໂດຍສະເພາະຢູ່ ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນ ກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອ.
ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 13/03/2022 ເຖິງ ເວລາ 7:00 ໂມງ ວັນທີ 14/03/2022
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17-30 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 20-34 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປໃນຕອນກາງເວັນ. ອຸນຫະພູມໃນລະຫວ່າງ 20-33 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງແຂວງ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.
-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 14-26 ອົງສາ.

.
