ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ມອບລົດຂົນສົ່ງວັກຊິນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19.

ພິທີມອບ-ຮັບ ລົດຂົນສົ່ງວັກແຊງ ຈໍານວນ 10 ຄັນ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ເຊິ່ງເປັນຈໍານວນທີ່ເພີ່ມຕື່ມ ຈາກທີ່ໄດ້ມອບ ໃຫ້ແກ່ ສປປ ລາວ ຄັ້ງກ່ອນ ຈໍານວນ 03 ຄັນ ລວມເປັນ 13 ຄັນ, ເຊິ່ງນີ້ແມ່ນ ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2021 ຜ່ານມາ.

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກ່າວມອບການຊ່ວຍເຫຼືອດັ່ງກ່າວ ແມ່ນ ພະນະທ່ານ ດຣ. ນາງ ອໍ ວັນດີນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວຮັບໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີການນໍາຂັ້ນສູງຈາກແຂວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ຂອງລາວ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.

12 ມີນາ 2022, ທີ່ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ

.

Leave a Reply

Your email address will not be published. Required fields are marked *