ເພື່ອເຝົ້າລະວັງ ແລະ ຄວບຄຸມການລະບາດຂອງໂຄວິດ-19 ສາຍພັນໂອມິຄຣອນ
ທ່ານສາມາດລົງທະບຽນເພື່ອແຈ້ງເຈົ້າໜ້າທີ່ຜ່ານທາງມືຖືໄດ້
➕ຖ້າຫາກທ່ານກວດພົບວ່າຕົນເອງຕິດພະຍາດໂຄວິດ ດ້ວຍເຄື່ອງກວດໄວ (RDT)➕
➡ ຊຶ່ງຂັ້ນຕອນໃນການລົງທະບຽນ ມີດັ່ງນີ້:
1️⃣ ກົດທີ່ລິ້ງ https://forms.gle/wNJ7uTWH1i22onPm7 ເພື່ອຕື່ມແບບຟອມ
2️⃣ ຂຽນ ຊື່ ແລະ ນາມສະກຸນ ຂອງທ່ານ ພ້ອມດ້ວຍຕື່ມຂໍ້ມູນຕ່າງໆ ຕາມແບບຟອມ
3️⃣ ພາຍຫຼັງ ທ່ານກົດສົ່ງແບບຟອມແລ້ວ, ໜ່ວຍສະເພາະກິດນະຄອນຫຼວງ/ແຂວງ ຈະຕິດຕໍ່ຫາທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການ.
❗ຢ່າລືມວ່າ ““ບໍ່ມີໃຜປອດໄພ ຖ້າທຸກຄົນບໍ່ປອດໄພ” ແລະ
✅“ວັກຊີນຍັງຄົງມີປະສິດທິພາບໃນການປົກປ້ອງປະຊາຊົນຈາກການເຈັບເປັນຮຸນແຮງ, ການເຂົ້າໂຮງໝໍ ແລະການເສຍຊີວິດ.”

*ໝາຍເຫດ: ຖ້າຫາກ ທ່ານ ມີບັນຫາໃນການລົງທະບຽນ, ກະລຸນາໂທຫາ 163 ຫຼື 164 ເພື່ອລົງທະບຽນແທນ.
