ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຈັດພິທີປະກາດການແຕ່ງຕັ້ງຂຶ້ນໃນວັນທີ 10 ມີນາ ນີ້ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ເປັນກຽດເຂົ້າໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາພະນັກງານຫຼັກແຫຼ່ງ ກະຊວງສາທາລະນະສຸກເຂົ້າຮ່ວມ.

.

ພິທີປະກາດການແຕ່ງຕັ້ງດັ່ງກ່າວມີດັ່ງນີ້: ແຕ່ງຕັ້ງ ທ່ານ ບຸນຖົມ ຊາມຸນຕຣີ ເປັນອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ແຕ່ງຕັ້ງທ່ານ ຄຳປະສົງ ເສດຖາວັນໄຊ ເປັນຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ແຕ່ງຕັ້ງທ່ານ ສົມໃຈ ລາດຊະວົງ ເປັນຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ແຕ່ງຕັ້ງ ທ່ານ ສົມພອນ ພັນທະວົງ ເປັນຄະນະບໍດີຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ແຕ່ງຕັ້ງທ່ານ ນາງ ໄມບູນ ສີມາລາວົງ ຫົວໜ້າພາກວິຊາວິທະຍາສາດພື້ນຖານດ້ານທັນຕະກຳ ເປັນຮອງຄະນະບໍດີ ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ແຕ່ງຕັ້ງ ທ່ານ ອ່າງຄຳ ອຸນາວົງ ຮອງຫົວໜ້າພາກວິຊາ ວິທະຍາສາດພື້ນຖານສຸຂະພາບເປັນຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາມະຫາວິທະຍາໄລ ວິທະຍາສາດສຸຂະພາບ.

ໃນໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ການປະກາດການແຕ່ງຕັ້ງຄັ້ງນີ້ແມ່ນການປະຕິບັດຕາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ, ດັ່ງນັ້ນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າວຽກງານໃນລັກສະນະທາງບວກເພື່ອຜົນປະໂຫຍດສ່ວນລວມຂອງປະເທດຊາດ ແລະ ເພື່ອຮັບໃຊ້ປະຊາຊົນ ແຕ່ກໍຕ້ອງຕິດພັນກັບຜົນປະໂຫຍດຂອງພະນັກງານຄູ, ອາຈານ, ນັກສຶກສາ ແຕ່ອັນສຳຄັນໃນໄລຍະປີ 2011-2025 ເພື່ອເຮັດແນວໃດໃຫ້ບັນລຸວິສັດໃສທັດ ແລະ ທິດທາງຄາດໝາຍທີ່ທາງກະຊວງສາທາລະນະສຸກວາງອອກໃຫ້ເກີດຜົນເປັນຈິງ.

.

.

.

ຂ່າວ: ປະຊາຊົນ