ປກສ ແຂວງວຽງຈັນ ຈັບສອງສາວ ຂົນຢາເສບຕິດ ນັບແລ້ວຢາບ້າ 3.398.000 ເມັດ ແລະ ໄອ້ 25 ກິໂລກຣາມ.
ກົດຊົມຄລິບ
ໃນວັນທີ 3 ມີນາ 2022 ເວລາ 20:00 ໂມງ
ເຈົ້າຫນ້າທີ່ ປກສ ແຂວງ ສົມທົບກັບ ປກສ ເມືອງຫນື່ນ ແຂວງວຽງຈັນ ໄດ້ຕັ້ງດ່ານກວດກາຕາມເສັ້ນທາງ ບ້ານນໍ້າຮີ້ ເມືອງຫນື່ນ ໄດ້ກວດລົດຣີໂວ 2 ຄັນ, ພົບຢາເສບຕິດ ຢາບ້າ 3.398.000 ເມັດ ຢາໄອສ໌ 25 ກິໂລກຼາມ ພ້ອມຜູ້ກຫາເປັນຍິງ 2 ຄົນ.
ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ: ໄດ້ກວດລົດກະບະ 2 ຄັນ ທີ່ກຳລັງຈະຂັບຜ່ານດ່ານກວດ ເຊິ່ງ ເປັນລົດ ຣີໂວ ຂັບຂີ່ໂດຍ ນາງ ບຸດສະດີ ອາຍຸ 50 ປີ, ຄ້າຂາຍບ້ານທ້າວແກ່ນ
ເມືອງແກ່ນທ້າວ ແຂວງໄຊຍະບູລີ ຢາບ້າ 1.400.000 ເມັດ ແລະ ນາງ ກັນຕີລາ ຫລື ຕຸກຕາ ອາຍຸ 46 ປີ ຄ້າຂາຍ ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຢາບ້າ 1.998.000 ເມັດ ແລະ ຢາໄອສ໌ 25 ກິໂລກຼາມ.
ຄະດີນີ້, ເຈົ້າຫນ້າທີ່ຈະເປີດກວ້າງ ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ປກສ ແຂວງວຽງຈັນ

ຂ່າວກ່ອນໜ້ານີ້

ເພື່ອປະຕິບັດຕາມຄໍາສັ່ງຂອງລັດຖະບານ ໃນການປາບປາມຢາເສບຕິດ ທີ່ເປັນວາລະແຫ່ງຊາດ ແລະ ເປັນການກວດລ້າງ ໄພສັງຄົມຢາເສບຕິດໃຫ້ອອກໄປຈາກແຜ່ນດິນລາວ.

ເມື່ອຄືນນີ້ເວລາ ປະມານ 20 ໂມງ 3/3/22 ເຈົ້າຫນ້າທີ່ຕຳຫລວດວິຊາສະເພາະ ທີ່ດ່ານຈາລະຈອນ ບ້ານນໍ້າຮີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ສະກັດຈັບເອເຢັ້ນນັກຄ້າຢາເສບຕິດໄດ້
ກົດຊົມຄລິບ
ປກສ ແຂວງວຽງຈັນ ຈັບຜູ້ຄ້າຂາຍຢາບ້າ ໄດ້ 2 ຄົນ ພ້ອມຢາບ້າຈຳນວນຫຼາຍ. ເວລາປະມານ 20:00 ໂມງ ຂອງວັນທີ 3 ມີນາ ນີ້,ເຈົ້າໜ້າທີ່ ປກສ ທີ່ດ່ານຈາລະຈອນ ບ້ານນ້ຳຮີ້ ເມືອງໝື່ນ ແຂວງວຽງຈັນ ສາມາດສະກັດຈັບຜູ້ຄ້າຂາຍຢາເສບຕິດໄດ້ 2 ຄົນ ເປັນເພດຍິງ ພ້ອມຢາບ້າຈຳນວນຫຼາຍ ແລະ ລົດກະບະໂຕໂຍຕາ 2 ຄັນ. pic.twitter.com/8rGNQ5qjbw
— ໂທລະໂຄ່ງ THOLAKHONG (@tholakhong) March 4, 2022
.

ໃນການຈັບກຸມຄັ້ງນີ້ ມີຜູ້ຕ້ອງຫາ 2 ຄົນເປັນເພດຍິງ ຍຶດຢາເສບຕິດໄດ້ເປັນຈຳນວນຫລາຍ ພ້ອມກັບຍຶດລົດກະບະຍີ່ຫໍ້ໂຕໂຍຕ້າ 2 ຄັນ.

ສ່ວນລາຍລະອຽດຈະລາຍງານເພີ່ມຕື່ມ

.