ກອງບັນຊາການ ປກສ ເມືອງສີສັດຕະນາກ ສົມທົບກັບບ້ານລົງແກ້ໄຂສະພາບປະກົດການຫຍໍ້ທໍ້ຫຼັງມີຂໍ້ມູນວ່າ: ພົບເຫັນມີການສົ່ງຢາບ້າ ໃນວັນທີ 3 ມີນາ 2022 ເວລາ 14 : 30 ໂມງ ເຊິ່ງຈຸດທຳອິດແມ່ນລົງແກ້ໄຂຢູ່ເຂດບ້ານ ບຶງຂະຫຍອງ ເບື້ອງຕົ້ນກັກຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ນົກສະພອນ ອາຍຸ 34 ປີ ຫວ່າງງານ ຢູ່ບ້ານ ບຶງຂະຫຍອງ ພ້ອມຂອງກາງຢາບ້າ 6 ເມັດ,

ຜ່ານການສອບສວນ ມີການຊັດທອດຫາຜູ້ຮ່ວມກະທຳຜິດ ອີກ 2 ຄົນ ຍິງ 1 ຄົນ, ຊື່ ທ້າວ ເພັດສະໄໝ ຫຼື ລູ່ ອາຍຸ 37 ປີ ຫວ່າງງານ ຢູ່ບ້ານສະພານທອງເໜືອ ແລະ ນາງ ມາລີສາ ຫຼື ໜິກ ອາຍຸ 39 ປີ ກຳມະກອນ ຢູ່ບ້ານ ໂພນປ່າເປົ້າ ທັງ 3 ຢູ່ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ ພ້ອມຂອງກາງຢາບ້າ 483 ເມັດ ພາຍຫຼັງກັກຕົວເຈົ້າໜ້າທີ່ ໄດ້ທຳການສືບສວນ – ສອບສວນ ເກັບຂໍ້ມູນຫຼັກຖານ ພວກກ່ຽວຮັບສາລະພາບວ່າໄດ້ຊື້ນຳຊາຍຄົນໜຶ່ງ (ບໍ່ຮູ້ຊື່) ເຂດບ້ານໂນນຄໍ້ ເມືອງໄຊເສດຖາ.

ປັດຈຸບັນໄດ້ນຳຕົວພວກກ່ຽວໄປກັກກັນຢູ່ສູນກັ່ນຕອງໂຄວິດ ທີ່ຄ້າຍຄຸມຂັງດັດສ້າງ ນະຄອນຫລວງວຽງຈັນ ຮອດກຳນົດຕາມມາດຕະການປ້ອງກັນຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຈິ່ງຈະນຳເອົາ ດຳເນີນຄະດີເປີດກວ້າງຂະຫຍາຍຜົນຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງລາວທຸກກຄົນ ຈົ່ງ ຊ່ວຍແຈ້ງຕໍ່ເຈົ້າໜ້າທີ່ເພື່ອຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ທຸກປະເພດ ເວົ້າສະເພາະ ບັນຫາຢາເສບຕິດທຸກປະເພດ ທີ່ສ້າງບັນຫາປະກົດຫຍໍ້ທໍ້ຕ່າງໆເກີດຂຶ້ນຢູ່ໃນສັງຄົມ ຖ້າພົບເຫັນມີການເຄື່ອນໄຫວບໍ່ຖືກຕ້ອງ ແຈ້ງໄດ້ທີ່ ວັອດແອັບ 020 28899774 ຫຼື ຂໍ້ຄວາມທາງ ເຟັສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *